ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ)

    ຮ່າງກົດໝາຍວ່າດ້ວຍການລົງທຶນ ສະບັບປັບປຸງ ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 4 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຜ່ານຮ່າງກົດໝາຍດັ່ງກ່າວ ວ່າ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ) ຖືກຮັບຮອງໃນປີ 2016 ຊຶ່ງປະກອບມີ 109 ມາດຕາ, ໂດຍມີຈຸດປະສົງກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສົ່ງເສີມ, ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ການລົງທຶນມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ໄດ້ຮັບການປົກປ້ອງດ້ານຕ່າງໆຈາກລັດ ແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ, ຂອງລັດ, ຂອງລວມໝູ່, ຂອງປະຊາຊົນສາມາດເຊື່ອມໂຍງກັບເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ໃນປີ 2018 ຊຶ່ງປະກອບມີ 64 ມາດຕາ ໂດຍມີຈຸດປະສົງໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນມູນຄ່າເພີ່ມ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ, ສົ່ງເສີມການຜະລິດ, ການດໍາເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງສິນຄ້າ ແລະ ບໍລິການ ແນໃສ່ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ສ້າງເງື່ອນໄຂໃຫ້ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

    ການປັບປຸງເນື້ອໃນມາດຕາ 12 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ເພື່ອໃຫ້ສອດຄ່ອງກັບມາດຕາ 12 ແລະ 17 ຂອງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງ ປີ 2018 ແລະ ສອດຄ່ອງກັບຫຼັກການທົ່ວໄປຂອງສາກົນ.

    ການຄົ້ນຄວ້າ ແລະ ປັບປຸງ ມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ເຖິງຈະເປັນພຽງມາດຕາດຽວ ແຕ່ຖືວ່າເປັນຂໍ້ກໍານົດສໍາຄັນທີ່ກະທົບບໍ່ສະເພາະແຕ່ພາກທຸລະກິດ ແຕ່ກະທົບໃສ່ນະໂຍບາຍການບໍລິການ-ການນໍາໃຊ້ຊັບພະຍາກອນທໍາມະຊາດທີ່ມີຄ່າໃຊ້ແລ້ວໝົດໄປ ແລະ ລາຍຮັບຂອງຊາດ. ການປັບປຸງມາດຕາ 12 ຂອງກົດໝາຍດັ່ງກ່າວຄັ້ງນີ້ ຈະສາມາດສ້າງຄວາມສອດຄ່ອງ ລະຫວ່າງສອງກົດໝາຍ ກໍຄືຫຼັກການທົ່ວໄປຂອງສາກົນທາງດ້ານອາກອນມູນຄ່າເພີ່ມ ແລະ ສາມາດຈັດຕັ້ງປະຕິບັດໄດ້ງ່າຍຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ