ໄຟຟ້າລາວ ກວດພົບ ຜູ້ລັກນຳໃຊ້ກະແສໄຟຟ້າ 31 ກໍລະນີ

ວັນທີ 28 ເມສາ 2022 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວລາຍງານໃຫ້ຮູ້ວ່າ: ນັບແຕ່ປີ 2021 ຫາ ຕົ້ນປີ 2022 ນີ້, ລັດວີສະຫາກິດໄຟຟ້າລາວ ກວດພົບການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ໃນທົ່ວປະເທດ ທັງຫມົດ 31 ກໍລະ ນີ, ຄິດໄລ່ພະລັງງານຄືນຫລັງຫລາຍກວ່າ 9,6 ລ້ານ ກິໂລວັດໂມງ, ມູນຄ່າເສຍຫາຍຫລາຍກວ່າ 19,3 ຕື້ກີບ.

ທ່ານ ຈັນສົມ ພິລາລົມ, ຫົວໜ້າຝ່າຍກວດກາ, ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ໃນຈໍານວນພະລັງານໄຟຟ້າທີ່ເສຍໄປ ສາມາດເກັບກູ້ຄືນໄດ້ 4,9 ລ້ານກິໂລວັດໂມງ, ພ້ອມນີ້ສາມາດເກັບກູ້ເງິນຄືນໄດ້ 5,6 ຕື້ກີບ ແລະ ຍັງຄ້າງຢູ່ 13,6 ຕື້ກີບ ທີ່ຍັງດໍາເນີນຄະດີຢູ່, ຖ້າຫາກລູກຄ້າທີ່ກະທໍາຜິດຍອມຈ່າຍຈະໄດ້ຜ່ອນໂທດຈາກໜັກໃຫ້ເປັນເບົາ ແຕ່ຖ້າບໍ່ຍອມຈ່າຍຄືນຈະໄດ້ຟ້ອງສານຕາມລະບຽບກົດໝາຍທີ່ ກໍານົດໄວ້.

ເຊິ່ງໃນໄຕມາດທີ 1 ຂອງປີ 2022 ນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ປະ ຕິບັດວິໄນດ້ວຍການປົດປ່ອຍພະ ນັກງານໄຟຟ້າທີ່ກະທໍາຜິດກ່ຽວ ກັບການລັກໃຊ້ກະແສໄຟຟ້າອອກຈາກການເປັນພະນັກງານຂອງຕົນແລ້ວ 5 ກໍລະນີ, ໃນນີ້ 2 ກໍລະນິຢູ່ນະຄອນຫລວງວຽງຈັນ ແລະ 3 ກໍລະນີ ແມ່ນຢູ່ຕ່າງແຂວງ.