ກະຊວງ ປທສ ແລະ ກະຊວງພາຍໃນມອບເງິນຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ໃນວັນທີ 1 ພະຈິກນີ້, ທ່ານຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແລະ ກະຊວງພາຍ ໃນໄດ້ນຳເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປຊ່ວຍເຫຼືອປະຊາ ຊົນຜູ້ປະສົບໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ. ໃນນັ້ນ ກະຊວງ ປທສ ມອບເງິນສົດ 170 ລ້ານກວ່າກີບ, ກະຊວງພາຍໃນມອບເງິນສົດ 19 ລ້ານກີບ ແລະ ເຄື່ອງອຸປະໂພກ- ບໍລິໂພກຈໍານວນໜຶ່ງລວມມູນຄ່າ 4,5 ລ້ານກີບ.
ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ກະຊວງ ດັ່ງກ່າວ, ທີ່ໄດ້ນໍາເອົາເງິນ ແລະ ວັດຖຸປັດໄຈຊ່ວຍ ເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເພື່ອແກ້ໄຂຊີວິດການເປັນ ຢູ່ພາຍຫຼັງນໍ້າຖ້ວມໃຫ້ດີຂຶ້ນ.


