ນາຍົກລັດຖະມົນຕີຢ້ຽມຢາມປະຊາຊົນເມືອງສະໜາມໄຊ

  ໃນວັນທີ 17 ທັນວານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມທີ່ເມືອງສະໜາມໄຊແຂວງອັດຕະປືເມື່ອທ້າຍເດືອນກໍລະກົດຜ່ານມາ, ໂດຍໄດ້ໄປຈຸດພັກຊົ່ວຄາວບ້ານດົງບາກ, ປິນດົງ ແລະ ຕະມໍຢອດ.

  ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນ, ໂດຍໄດ້ຖາມເຖິງສະພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນຂອງຄູ-ອາຈານ ແລະ ລູກຫລານນັກຮຽນ, ຄວາມຄືບໜ້າໃນການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ, ແຜນການປັບປຸງ ແລະ ຟື້ນຟູວຽກງານດ້ານຕ່າງໆ, ພ້ອມທັງໄດ້ຮັບຟັງການສະເໜີຂອງປະຊາຊົນຈຳນວນໜຶ່ງ.

  ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ການນຳຫລັກແຫລ່ງຂອງແຂວງອັດຕະປື ແລະ ຄະນະຮັບຜິດຊອບແກ້ໄຂ ແລະ ຟື້ນຟູໄພພິບັດເມືອງສະໜາມໄຊ, ຊຶ່ງໄດ້ຍ້ອງຍໍຊົມເຊີຍພາກສ່ວນກ່ຽວຂ້ອງທີ່ສາມາດປະຕິບັດວຽກງານມີຜົນສຳເລັດ ແລະ ມີຄືບໜ້າເປັນກ້າວໆ, ພ້ອມທັງເນັ້ນເພີ່ມຄວາມເອົາໃຈໃສ່ຕື່ມບາງໜ້າວຽກທີ່ຄ້າງຄາໃຫ້ສໍາເລັດຕາມແຜນການ, ໂດຍສະເພາະສຸມໃສ່ປຸກສ້າງເຮືອນຖາວອນໃຫ້ປະຊາຊົນຕາມຂັ້ນຕອນ ແລະ ຮັບປະກັນຄຸນນະພາບ, ຮີບຮ້ອນຈັດສັນທີ່ຢູ່ອາໄສຖາວອນ, ພື້ນທີ່ທຳການຜະລິດ ແລະ ຟື້ນຟູອາຊີບໃຫ້ປະຊາຊົນ, ໂດຍສະເພາະເນັ້ນໃສ່ການປູກ-ການລ້ຽງ ກໍຄືຕາມທ່າແຮງ ແລະ ມູນເຊື້ອຂອງປະຊາຊົນ ເພື່ອພ້ອມກັນຟື້ນຟູຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວໆ.

  ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ມອບເງິນຊ່ວຍເຫລືອໃຫ້ເມືອງສະໜາມໄຊຈຳນວນ 100 ລ້ານກີບ ແລະ ບ້ານທີ່ໄດ້ຮັບຜົນກະທົບບ້ານລະ 10 ລ້ານກີບ.