ປາກຽວ ທ້າ ຟລອຍ ຊົກກັນອີກ

ແມນນີ່ ປາກຽວ ບອກ ກັບ ຟລອຍ ເມເວດເທີ ຈູເນຍ ວ່າ: ຖ້າຢາກໄດ້ການສູ້ຂອງ ຈິງຕ້ອງມາຊົກກັບລາວ ພ້ອມ ບອກອີກວ່າ: ຖ້າຢາກຊົກນັດ ພິເສດໃຫ້ມາສູ້ກັບ ແຈັກ ໝ່າ.
ແມນນີ່ ປາກຽວ ນັກ ມວຍຄົນດັງຊາວຟີລິບປິນ ທ້າ ຟລອຍ ເມເວດເທີ ຈູເນຍ ອະ ດີກນັກຊົກລະດັບໂລກ ໃຫ້ມາ ສູ້ກັບລາວອີກເທື່ອໜຶ່ງ ດ້ວຍ ການບອກວ່າ: ຖ້າຢາກໄດ້ປະ ສົບການການຊົກແບບຈິງຈັງ ຕ້ອງມາສູ້ກັບລາວ.
ປາກຽວ ກັບ ເມເວດເທີ ຈູເນຍ ເຄີຍໄດ້ຮັບການຍົກ ຍ້ອງວ່າເປັນ 2 ນັກຊົກທີ່ເກັ່ງ ທີ່ສຸດໃນຕອນ ຟລອຍ ຍັງຊົກ ຢູ່ ແລະ ພວກເຂົາເຄີຍສູ້ກັນ ໄປ 1 ຄັ້ງ ໂດຍອະດີດນັກ ມວຍຊາວອາເມລິກາເປັນ ຝ່າຍຊະນະໄປໄດ້. ເຖິງຢ່າງ ໃດກໍຕາມ ຄໍມວຍຫລາຍຄົນ ຢາກໃຫ້ພວກເຂົາກັບມາຊົກ ກັນອີກ. ຂະນະທີ່ ປາກຽວ ກໍ ສະແດງທ່າທີວ່າຢາກຊົກກັບ ຟລອຍ ຄືກັນ.
ທັງນີ້ ຫລ້າສຸດ ປາກຽວ ໂພສວີດີໂອຕອນທີ່ຕົນເອງໄປ ຊ້ອມການຊົກໃຫ້ ແຈັກ ໝ່າ ມະຫາເສດຖີຊາວຈີນລົງໃນ ທະວິດເຕີ ເຄືອຂ່າຍສັງຄົມ ອອນລາຍຊື່ດັງ ພ້ອມບອກ ວ່າ: ຟລອຍ ເມເວດເທີ ຖ້າ ເຈົ້າຢາກໄດ້ການສູ້ທີ່ແທ້ຈິງ ກໍມາສູ້ກັບຂ້ອຍ ແຕ່ຖ້າຢາກ ຂຶ້ນຊົກນັດພິເສດ ກໍໝູ່ຂອງ ຂ້ອຍຄົນນີ້ ແຈັກ ໝ່າ ຈະຮັບ ມືກັບເຈົ້າເອງ ນີ້ຄືທີມ ແມນນີ່ ທີ່ແທ້ຈິງ.
ສ່ວນນັກທຸລະກິດຊາວ ຈີນກໍເວົ້າເຊັ່ນກັນວ່າ: ຕົນ ພ້ອມສູ້ກັບ ເມເວດເທີ ຈູເນຍ ທຸກເວລາ “ແມ່ນ ຂ້ອຍພ້ອມ ແລ້ວ ເວລາໃດກໍໄດ້ ບ່ອນໃດ ກໍໄດ້ ທີມ ແມນນີ່ ພ້ອມສະ ເໝີ”.
ສຳລັບ ເມເວດເທີ ຈູເນຍ ນັ້ນ ຮັບວຽກຊົກນັດພິເສດ ຫລັງຈາກລາວລາອາຊີບ ການຊົກໄປແລ້ວ ເພື່ອເກັບ ເງິນເຂົ້າກະເປົາເພີ່ມ ເຊິ່ງຄູ່ ແຂ່ງຂອງລາວກໍບໍ່ແມ່ນນັກ ມວຍສາກົນອາຊີບ ຈົນເຮັດ ໃຫ້ລາວເອົາຊະນະໄປໄດ້ ແບບບໍ່ຍາກ. [RQPSg�Z߂k5

