ສາມຄູ່ ຖືກຂ້ຽນຕີດ້ວຍໄມ້ແສ້ ຢ່າງເປີດເຜີຍຕໍ່ໜ້າມວນຊົນ

ຮຽບຮຽງໂດຍ: ລູກເມືອງພວນ

ສາມຄູ່ບ່າວສາວໃນແຂວງ Aceh ຂອງອີນໂດເນເຊຍ ຖືກຂ້ຽນຕີດ້ວຍໄມ້ແສ້ຫວາຍ ຢູ່ຕໍ່ໜ້າມວນຊົນ ເພາະພວກເຂົາສະແດງຄວາມຮັກຕໍ່ກັນຢູ່ໃນສາທາລະນະຊົນ, ຊຶ່ງການກະທຳເຊັ່ນນັ້ນເປັນການຂັດຕໍ່ສາສະໜາ ມຸດສະລີມ ຢ່າງຮ້າຍແຮງ.

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງໃສ່ຊຸດສີດຳ ແລະ ປິດໃບໜ້າ, ໃຊ້ໄໝ້ແສ້ຫວາຍ ຟາດເຂົ້າໃສ່3 ຄູ່​ບ່າວ​ສາວຢູ່ຕໍ່ໜ້າມວນຊົນຈຳນວນຫຼວງຫຼາຍ. ແຕ່ລະຄົນຖືກຕີແຕ່ 20-22 ບາດ ເພາະພວກເຂົາສະແດງຄວາມຮັກຕໍ່ກັນໃນສາທາລະນະຊົນ ອັນເປັນການຂັດກັບຮີດຄອງປະເພນີຂອງສາສະໜາ ມຸດສະລີມ.

ມີຜູ້ຍິງຄົນໜຶ່ງ ຖືກຕີຈົນລົ້ມລົງກັບທີ່ຍ້ອນເຈັບຫຼາຍ. ກ່ອນໜ້ານີ້ ທັງ 6 ຄົນນັ້ນກໍຖືກຈຳຄຸກມາກ່ອນແລ້ວ ກໍຍ້ອນຄວາມຮັກນັ້ນເອງ. ພວກເຂົາຖືກຕີຕໍ່ໜ້າມວນຊົນ ແລະ ແຂກຄົນຜູ້ກາຍໄປກາຍມາ ຕໍ່ໜ້າໂບດແຫ່ງໜຶ່ງ. ນັກສຶກສາ ມາເລເຊຍຄົນໜຶ່ງເວົ້າວ່າ:  “ ຂ້ອຍມີຄວາເຄັ່ງຕຶງສະໝອງທີ່ສຸດ ເພາະນີ້ເປັນຄັ້ງທຳອິດທີ່ຂ້ອຍເຫັນຮີດຄອງແບບນີ້ ” Muhammad Rushdy ກ່າວ. “ ແຕ່ມັນກໍອາດຈະເປັນບົດຮຽນໃຫ້ຄົນຕ່າງປະເທດຄືພວກເຮົາ ຕ້ອງປະຕິບັດຕາມຮີດຄອງຂອງທ້ອງຖິ່ນຢ່າງເຄັ່ງຂັດ ”

ເຖິງແມ່ນສາກົນຈະປະນາມກໍຕາມ, ການລົງໂທດແບບນີ້ ຖືວ່າເປັນຮູບການລົງໂທດທົ່ວໄປຂອງສາສະໜາມຸດສະລີມຢູ່ Aceh ຊຶ່ງເປັນຮີດຄອງທີ່ ຕາຍຕົວທີ່ສຸດໃນເກາະ ຊູມາດຕາ, ນັບທັງການຫຼີ້ນເບ້ຍເຈ້ຍໄພ້, ດື່ມເຫຼົ້າ, ການພົວພັນທາງເພດ…ປະທານາທິບໍດີ ອິນໂດເນເຊຍ Joko Widodo ຮຽກຮ້ອງໃຫ້ຢຸດຕິຮີດຄອງດັ່ງກ່າວ ແຕ່ຮູບການລົງໂທດແບບນີ້ຍັງໄດ້ຮັບຄວາມສະໜັບສະໜູນຈາກປະຊາຊົນ Aceh ຢູ່.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ