ສີລັງກາຂໍເພີ່ມຈຳນວນເງິນສິນເຊື່ອຈາກອິນເດຍແກ້ວິກິດ

ລັດຖະບານສີລັງກາຂໍຂະຫຍາຍຈຳນວນເງິນສິນເຊື່ອຈາກອິນເດຍ ອີກ 1.000 ລ້ານໂດລາສະຫະລັດ ເພື່ອຊຳລະຄ່າສິນຄ້ານຳເຂົ້າຈຳເປັນ ທ່າມກາງວິກິດເສດຖະກິດໜັກສຸດໃນຮອບຫລາຍທົດສະວັດ.

ວັນທີ 28 ມີນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສີລັງກາ ປະເທດເກາະທາງເໜືອຂອງມະຫາສະໝຸດອິນເດຍ ກຳລັງຊອກຫາເງິນຊຳລະຄ່າສິນຄ້ານຳເຂົ້າ, ອາຫານ ແລະ ເຊື້ອໄຟ ຫລັງຈາກທຶນສຳຮອງລະຫວ່າງປະເທດຫລຸດລົງເຖິງ 70% ນັບແຕ່ເດືອນມັງກອນ 2020 ເຮັດໃຫ້ລັດຖະບານຕ້ອງຕັດສິນໃຈຫລຸດຄ່າເງິນຂອງປະເທດ ແລະ ພະຍາຍາມຂໍການຊ່ວຍເຫລືອຈາກຜູ້ໃຫ້ກູ້ທົ່ວໂລກ.

ແຫລ່ງຂ່າວວົງໃນລັດຖະບານສີລັງກາ ເຜີຍໃນວັນທີ 28 ມີນາວ່າ: ລັດຖະມົນຕີການຕ່າງປະເທດສີລັງກາ ໄດ້ເລີ່ມການເຈລະຈາກັບລັດຖະມົນຕີການຕ່າງປະເທດຂອງອິນເດຍແລ້ວ ແລະ ທາງຝ່າຍອິນເດຍມີທ່າທີຕົກລົງ ຂະຫຍາຍຈຳນວນເງິນສິນເຊື່ອ ເຊິ່ງສີລັງກາຈະໃຊ້ຊຳລະຄ່າສິນຄ້ານຳເຂົ້າຈຳເປັນເຊັ່ນ: ເຂົ້າ, ແປ້ງສາລີ, ຖົ່ວພັລ, ນ້ຳຕານ ແລະ ຢາ. ສ່ວນແຫລ່ງຂ່າວຄົນທີ 2 ເຜີຍວ່າ: ຈຳນວນເງິນສິນເຊື່ອໃໝ່ຈະເພີ່ມຈາກຈຳນວນເງິນສິນເຊື່ອທຳອິດ ຈຳນວນ 1.000 ລ້ານໂດລາສະຫະລັດ ທີ່ອິນເດຍຮັບປາກໄວ້ແລ້ວໃນເດືອນນີ້.

ການນຳເຂົ້າສິນຄ້າຂອງສີລັງກາຢຸດສະງັກ ເຮັດໃຫ້ເກີດການຂາດເຂີນສິນຄ້າອຸປະໂພກ-ບໍລິໂພກພື້ນຖານ ຫລັງຈາກທຶນສຳຮອງລະຫວ່າງປະເທດຫລຸດລົງເຫລືອ 2.310 ລ້ານໂດລາສະຫະລັດ ໃນເດືອນກຸມພາຜ່ານມາ.

ສີລັງກາຮອດກຳນົດຊຳລະໜີ້ ຈຳນວນ 4.000 ລ້ານໂດລາສະຫະລັດ ນັບແຕ່ເດືອນນີ້ຈົນຮອດທ້າຍປີ, ນາຍົກລັດຖະມົນຕີ ມະຫິນທາ ຣາຊປັກສາ ຂອງສີລັງກາ ກຽມເດີນທາງໄປນະຄອນຫລວງວໍຊິງຕັນ ຂອງອາເມລິກາ ໃນເດືອນໜ້າ ເພື່ອຂໍການຊ່ວຍເຫລືອແຜນກອບກູ້ເສດຖະກິດ ຈາກກອງທຶນການເງິນສາກົນ (IMF).