ປິດໂຮງຮຽນໜີຄວັນໄຟ

ຮຽບຮຽງໂດຍ: ລູກເມືອງພວນ
ໄຟໄໝ້ປ່າ ອິນໂດເນເຊຍສະຖານະການຄວັນໄຟໄໝ້ປ່າຈາກເກາະ ຊູມາດຕາ ແລະ ເກາະບໍນຽວ ຂອງອິນໂດເນເຊຍໄດ້ສົ່ງຜົນໃຫ້ທາງ ມາເລເຊຍ ຕ້ອງສັ່ງປິດໂຮງຮຽນທົ່ວປະເທດຫຼາຍກ່ວາ 1,200 ແຫ່ງ ເພາະລະດັບຄວັນໄຟໜາແໜ້ນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບຢ່າງຮຸນແຮງ.
ຂະນະທີ່ທາງການ ອິນໂດເນເຊຍ ເລັ່ງລະດົມເຈົ້າໜ້າທີ່ຊ່ວຍແກ້ບັນຫາມອດໄຟປ່າໃນທ່າມກາງຍາກລຳບາກ ເພາະສະພາບຄວາມແຫ້ງແລ້ງ ສົມທົບກັບຊັ້ນບັນຍາກາດໂລກປ່ຽນແປງ ຊຶ່ງໄຟໄໝ້ປ່າປີນີ້ ຖືວ່າຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ແລະ ຫຼາຍພາກສ່ວນມີຄວາມເປັນຫ່ວງວ່າ ຈະສົ່ງຜົນກະທົບເຖິງລາຍການແຂ່ງຂັນລົດໃນສິງກະໂປໃນຊ່ວງອາທິດນີ້.


