ນາຍົກລັດຖະມົນຕີອັງກິດຕິດໂຄວິດ-19

ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ກວດພົບເຊື້ອທີ່ເຮັດໃຫ້ເປັນໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ແລະ ກຳລັງກັກຕົນເອງ ແຕ່ຍັງປະຕິບັດໜ້າທີ່ຫົວໜ້າລັດຖະບານຕໍ່ສູ້ກັບໂຣກນີ້.
ນາຍົກລັດຖະມົນຕີ ຈອນສັນ ອາຍຸ 55 ປີ ເປີດເຜີຍໃນວັນທີ 27 ມີນາວ່າ: ໄລຍະ 24 ຊົ່ວໂມງຜ່ານມາ ມີອາການເລັກໜ້ອຍ ແລະ ກວດພົບເຊື້ອໄວຣັສໂຄໂຣນາ. ປັດຈຸບັນກຳລັງກັກຕົນເອງຢູ່ ແຕ່ຈະຍັງປະຕິບັດໜ້າທີ່ຫົວໜ້າລັດຖະບານຜ່ານກອງປະຊຸມທາງໄກຜ່ານລະບົບວິດີໂອ ເພື່ອຕໍ່ສູ້ກັບໄວຣັສນີ້.
ສ່ວນໂຄສົກລັດຖະບານຖະແຫລງວ່າ: ນາຍົກລັດຖະມົນຕີມີອາການເລັກໜ້ອຍນັບແຕ່ວັນທີ 26 ມີນາ ໜຶ່ງວັນຫລັງຈາກໄປຖະແຫລງຊີ້ແຈງປະຈຳອາທິດຢູ່ສະພາຜູ້ແທນລາຊະດອນ. ນາຍົກລັດຖະມົນຕີຮັບການກວດຫາເຊື້ອຕາມຄຳແນະນຳຂອງຫົວໜ້າແພດແຫ່ງອັງກິດ, ຫົວໜ້າທີ່ປຶກສາທາງການແພດຂອງລັດຖະບານສະຫະຣາຊະອານາຈັກ ແລະ ຜູ້ອຳນວຍການສະຖາບັນວິໄຈສຸຂະພາບແຫ່ງຊາດ, ເຈົ້າໜ້າທີ່ສຳນັກງານບໍລິການສຸຂະພາບແຫ່ງຊາດ ດຳເນີນການກວດໃຫ້ຢູ່ທຳນຽບລັດຖະບານ ແລະ ຜົນອອກມາວ່າຕິດເຊື້ອ.

