ສະຫະລັດ-ຈີນ ຈະເຈລະຈາການຄ້ານຳກັນໃນເດືອນຕຸລາ

ຮຽບຮຽງໂດຍ: ລູກເມືອງພວນ
ກະຊວງການຄ້າຂອງຈີນ ໃຫ້ຮູ້ວ່າ: ຄະນະຜູ້ແທນ ເຈລະຈາການຄ້າປັກກິງ – ວໍຊິງຕັນ ໄດ້ເຫັນດີພົບປະກັນໃນເດືອນຕຸລາທີ່ຈະມາເຖິງ.
ຮອງນາຍົກລັດຖະມົນຕີລິວ ແລະ ຜູ້ຕາງໜ້າການ ຄ້າຂອງສະຫະລັດ Robert Lighthizer ແລະ ລັດຖະມົນຕີການເງິນ ສະຫະລັດ Steven Mnuchin ໄດ້ ໂທລະສັບເຈລະຈາກັນກ່ອນ ແລ້ວ, ໃນຕອນເຊົ້າຂອງ ວັນທີ 4 ກັນຍານີ້. ແລະ ມື້ ດຽວກັນ ລັດຖະມົນຕີກະ ຊວງການຄ້າຂອງຈີນໄດ້ປະກາດວ່າ: ສອງຝ່າຍ ເຫັນ ດີເຫັນພ້ອມກັນຈັດການເຈ ລະຈາການຄ້າ ນຳກັນຢູ່ທີ່ ວໍຊິງຕັນ ຕົ້ນເດືອນໜ້ານີ້ ແລະ ການທາບທາມກັນ ຈະຈັດຂຶ້ນໃນກາງເດືອນ ກັນຍານີ້, ເພື່ອກະກຽມໃຫ້ ແກ່ການເຈລະຈາຄັ້ງໃຫຍ່. ຜູ້ນຳສະຫະລັດ ແລະ ຈີນ ເຫັນດີນຳກັນວ່າ: ຕ້ອງຮ່ວມມືນຳກັນ ແລະ ມີພຶດ ຕິກຳທີ່ຈິງໃຈຕໍ່ກັນ ເພື່ອສ້າງເງື່ອນໄຂໃຫ້ແກ່ການ ເຈລະຈາທີ່ຈະມາເຖິງ.
ນອກຈາກຮອງນາຍົກລັດຖະມົນຕີລິວແລ້ວ, ການເຈລະຈາທາງໂທລະສັບຍັງ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຄ້າຂອງຈີນ ຈຸງເຊີນ, ຜູ້ວ່າ ການທະນາຄານປະຊາຊົນ ຈີນ ແລະ ຮອງປະທານຄະນະກຳມະການປະຕິຮູບ ແລະ ພັດທະນາແຫ່ງຊາດ Ning Jizhe.
ເຖິງຢ່າງໃດກໍດີ, ນັກສັງເກດການໃຫ້ທັດສະນະວ່າ: ຍາກທີ່ຈະຕົກລົງກັນໄດ້, ຍັງເປັນບັນຫາບໍ່ແນ່ ແລະ ຍັງມືດມົນຢູ່. ໂຄສົກກະຊວງການຄ້າຂອງສະຫະ ລັດຍອມຮັບວ່າຈະເຈລະຈາ ກັນແຕ່ບໍ່ທັນຮູ້ວ່າເວລາ ທີ່ແນ່ນອນ.


