ສະຫະລັດ ອາ​ເມ​ລິ​ກາ ຈະ​ເສີມ​ກຳລັງ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ

ບັນດາທີ່ປຶກສາຂອງ ທຼຳ ຈະປຶກສາຫາລືກັນ ເພື່ອ ເສີມກຳລັງໄປຍັງຕາເວັນ ອອກກາງເພື່ອຮັບມືກັບຄວາມ ເຄັ່ງຕຶງຢູ່ ອ່າວໂອມານ ເຈົ້າໜ້າທີ່ສອງຄົນ ຂອງ ສະຫະລັດ ອາເມລິກາ ທີ່ບໍ່ ປະສົງອອກຊື່ໃຫ້ຮູ້ວ່າ: ຄະ ນະທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ຂອງ ປະທານາ ທິບໍດີ ດໍໂນທຼຳ ຈະປະຊຸມກັນ ເພື່ອປຶກສາຫາລືກ່ຽວກັບ ການເສີມກຳລັງໄປຍັງຕາ ເວັນອອກກາງ, ແຕ່ບໍ່ທັນຮູ້ວ່າ ເຈົ້າຂອງທຳນຽບຂາວ ຈະຮັບຮອງເອົາເມື່ອໃດ.

ຜູ້ຮັກສາການລັດຖະມົນຕີປ້ອງກັນປະເທດສະຫະລັດ ອາເມລິກາ Patrick Shanahan ໄດ້ເປີດເຜີຍຂ່າວກ່ຽວ ກັນການປຶກສາດັ່ງກ່າວວ່າ: “15% ປະລິມານນໍ້າມັນ ຂອງໃນທົ່ວໂລກແມ່ນໄດ້ລຳລຽງຜ່ານ ຊ່ອງແຄບ Hormuz, ສະນັ້ນ, ພວກເຮົາ ຕ້ອງມີແຜນການປ້ອງກັນໄວ້ໃນກໍລະນີມີເຫດສຸກເສີນ ເກີດຂຶ້ນ” Shanahan ກ່າວໃນວັນທີ 14 ມິຖຸນາ.

ການປຶກສາຫາລືຂອງ ຄະນະທີ່ປຶກສາຂອງທຳນຽບຂາວ ຕົ້ນຕໍແມ່ນແນໃສ່ປ້ອງ ກັນການຂົ່ມຂູ່ຂອງ ເຕເຮຣານ ພ້ອມກັບກຳລັງອື່ນໆອີກ. ເຈົ້າໜ້າທີ່ ທີ່ບໍ່ປະສົງອອກຊື່ ໃຫ້ຮູ້ວ່າ: ກອງທັບບົກຈະບໍ່ ນອນຢູ່ໃນຂອບເຂດພິຈາລະນາ ເພາະວ່າລູກສອນໄຟ ປ້ອງກັນອາກາດ Patriot, ການຖະຫຼົ່ມທາງອາກາດ ແລະ ທາງກຳປັ່ນອາດຈະມີ ປະສິດທິຜົນພຽງພໍແລ້ວ.

ລັດຖະມົນຕີກະຊວງການຕ່າງປະເທດ ຂອງສະ ຫະລັດ ອາເມລິກາ Mike Pompeo, ວັນທີ 16 ມິຖຸນາ ນີ້ ເວົ້າວ່າ: ປະເທດສະຫະລັດ ອາເມລິກາ ກຳລັງພິຈາລະນາ ຫຼາຍວິທີການ ເພື່ອຮັບມືກັບການວິກິດການກັບ ອີຣານ, ໃນນັ້ນ ບໍ່ສາມາດຈະປະຕິເສດໄດ້ການນຳໃຊ້ກຳລັງ ການທະຫານ, ແຕ່ເຈົ້າໜ້າທີ່ ຂອງສະຫະລັດເວົ້າຕື່ມອີກວ່າ: “ ທຼຳ ບໍ່ຢາກກ້າວ ໄປເຖິງບ່ອນພາໃຫ້ເກີດສົງຄາມ”

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ