ປະຊາຊົນ ອັງກິດ ຕໍ່ຕ້ານ ນາຍົກລັດຖະມົນຕີ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມຂໍ້ມູນຂ່າວຈາກ vnEXPRESS, ວັນທີ 1 ກັນຍາ ໃຫ້ຮູ້ວ່າ: ປະຊາຊົນຢູ່ເມືອງ Downing ໃນ London ນັບຫຼາຍພັນຄົນ ອອກມາຕໍ່ຕ້ານການຕັດສິນໃຈລະງັບການເຄື່ອນໄຫວຂອງສະມາຊິກພາຂອງນາຍົກລັດຖະມົນຕີ Boris Johnson.

ຜູ້ປະທ້ວງຄົນໜຶ່ງຊື່ Maya Dunn, ອາຍຸ 66 ປີ ໃນຂະບວນການປະທ້ວງເວົ້າວ່າ: “ ຂ້ອຍສຸດທີ່ເບື່ອໜ່າຍກັບສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ ”. ທ່ານເວົ້າຕໍ່ໄປວ່າ:  ນາຍົກລັດຖະມົນຕີ ອັງກິດ  Boris Johnson ໄດ້ “ ຂົມເຫັງທຸກຄົນ ” ແລະ “ ບໍ່ເປັນໜ້າເຊື່ອຖື ”

ຜູ້ປະທ້ວງໃຫ້ຮູ້ວ່າ: ການລົງຖະໜົນປະທ້ວງໃນຄັ້ງນີ້ ຢູ່ລອນດອນ ມີ 100.000 ຄົນ ແລະ ການປະທ້ວງເກີດຂຶ້ນຢູ່ຫຼາຍກ່ວາ 10 ຕົວເມືອງ ເຊັ່ນ: ເມືອງ Exeter, Oxford, Manchester, York ແລະ Newcastle. ຂະບວນປະທ້ວງຍົກສູງປ້າຍຄຳຂວັນ ສະໜັບສະໜູນປະຊາທິປະໄຕ, ສະໜັບສະໜູນ ພັນທະມິດເອີຣົບ(EU), ຜູ້ປະທ້ວງທັງຕີກອງ ຮ້ອງປ່າວ, ເປົ່າໝາກຫວີດ ແລະ ຮ້ອງຄຳຂວັນ ຕໍ່ຕ້ານ Johnson. ນາຍົກລັດຖະມົນຕີອັງກິດ ລະງັບການເຄື່ອນໄຫວຂອງສະພານັບຕັ້ງແຕ່ກາງເດືອນ ກັນຍາ ຈົນເຖິງວັນທີ 14 ເດືອນຕຸລາ, ຕາມທຳມະດາແລ້ວ, ກອງປະຊຸມສາມັນຂອງສະພາອັງກິດແມ່ນຈະເລີ່ມຕົ້ນໃນວັນທີ 14 ກັນຍານີ້ ແລະ ແກ່ຍາວຈົນເຖິງວັນທີ 2 ຕຸລາ. ແຕ່ Johnson ຈະໃຫ້ສະພາປະຊຸມຊ້າລົງກ່ວາກຳນົດ ເພື່ອໃຫ້ສະມາຊິກສະພາມີພຽງແຕ່ສອງອາທິດເພື່ອຜ່ານຮ່າງກົດໝາຍທຸກສະບັບ ທີ່ແນໃສ່ສະກັດກັ້ນອັງກິດອອກຈາກສະຫະພັນເອີຣົບ EU, ອັນທີ່ເອີ້ນກັນວ່າ: Brexit ໃນວັນທີ 31 ຕຸລາທີ່ຈະມາເຖິງ. ເພາະ Johnson ຢາກໃຫ້ອັງກິດຖອນຕົວອອກຈາກ ສະຫະພາບເອີຣົບໃນວັນສຸດທ້າຍຂອງເດືອນຕຸລາທີ່ຈະມາເຖິງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ