ສະຫະລັດ ເຊັນສັນຍາຂາຍເຮືອບິນຂັບໄລ F-16V, 66 ລຳໃຫ້ໄຕ້ຫວັນ

ຮຽບຮຽງໂດຍ: ລູກເມືອງພວນ

ວັນທີ 20 ສິງຫານີ້, ກະຊວງການຕ່າງປະເທດຂອງສະຫະລັດໄດ້ເຊັນສັນຍາຂາຍເຮືອບິນຂັບໄລ່ ໃນມູນຄ່າ 8            ຕື້ໂດລາໃຫ້ໄຕ້ຫວັນ.

ຕາມແຜນການແລ້ວ, ໄຕ້ຫວັນຈະຊື້ເຮືອບິນຂັບໄລ່ 66 ລຳ ແລະ ເຄື່ອງຈັກອີກ 75 ຫົວໂດຍແມ່ນບໍລິສັດ General Electric ເປັນຜູ້ຜະລິດ ແລະ ລະບົບອື່ນໆຕື່ມອີກ.

ລັດຖະມົນຕີການຕ່າງ ປະເທດເນັ້ນວ່າ: “ພຶດຕິກຳ ດັ່ງກ່າວຂອງພວກເຮົາແມ່ນສອດຄ່ອງກັບນະໂຍບາຍຂອງ ສະຫະລັດ.  ພວກເຮົາປະຕິບັດຕາມຄຳໝັ້ນສັນຍາທີ່ເອກະພາບຂອງສອງຝ່າຍ ”

ວັນທີ 18 ສິງຫານີ້, ປະທານາທິບໍດີ ສະຫະລັດ ດໍໂນ ທຣຳ ຢືນຢັນວ່າ: ທ່ານໄດ້ເຊັນຜ່ານຂໍ້ສັນຍາຂາຍເຮືອບິນ ຂັບໄລ່ F-16V, 66 ລຳທີ່ ທັນສະໄໝທີ່ສຸດຂອງໂລກ ໃຫ້ກັບ ໄຕ້ຫວັນ, ແຕ່ກ່ອນຈະປະຕິບັດໄດ້ຈິງນັ້ນ ຕ້ອງໄດ້ ຜ່ານສະພາຂອງສະຫະລັດສາກ່ອນ. ບັນດາສະມາຊິກ ສະພາຈາກພັກສາທາລະນະລັດ ແລະ ພັກປະຊາທິປະໄຕໄດ້ສະແດງຄວາມສະໜັບ ສະໜູນ. ອົງການຮ່ວມມືດ້ານ ຄວາມສະຫງົບແຫ່ງຊາດຂອງສະຫະລັດ ແລະ ໜ່ວຍຕິດຕາມການຂາຍອາວຸດໃຫ້ກັບຕ່າງປະເທດ, ສະແດງຄຳ ຄິດເຫັນວ່າ: ການທີ່ໄຕ້ຫວັນ  ຊື້ F-16 “ຈະຊ່ວຍໃຫ້ມີການປ່ຽນແປງຄວາມກໍ້າເກີ່ງກຳລັງທະຫານໃນພາກພື້ນ”, ເພື່ອເພີ່ມທະວີຄວາມອາດສາມາດປ້ອງກັນນ່ານຟ້າ ຂອງພາກພື້ນກັບສະຫະລັດ ໄດ້ເປັນຢ່າງດີ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ