ອາເມລິກາຂໍໃຫ້ຈີນຫລຸດພາສີລົດຍົນ ເພີ່ມນຳເຂົ້າເຊມິຄອນດັກເຕີ

ລັດຖະບານວໍຊິງຕັນຮຽກຮ້ອງລັດຖະບານປັກກິ່ງຫລຸດພາສີລົດຍົນ ແລະ ເພີ່ມການນຳເຂົ້າເຊມິຄອນດັກເຕີຈາກອາເມລິກາ ເພື່ອຫລຸດມູນຄ່າຂາດດູນການຄ້າຂອງອາເມລິກາຕໍ່ຈີນ. ຕາມການເປີດເຜີຍຂອງເດິ ວອລ ສຕຣີທ ເຈີນັລ.
US and China in trade talks, involving top officials. U.S. wants cuts in Chinese car tariffs, increased Chinese purchase of U.S. semiconductors and Chinese financial sector liberalization, among other items. with @lingling_wei https://t.co/9ewQHzHzSm via @WSJ
— bob davis (@bobdavis187) March 25, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 25 ມີນາ ໂດຍອ້າງຈາກລາຍງານຂອງໜັງສືພິມ ເດິ ວອລ ສຕຣີທ ເຈີນັລ ສະບັບວັນທີ 25 ມີນາວ່າ: ທ່ານ ສຕີຟ ມານູຊິນ ລັດຖະມົນຕີກະຊວງການເງິນອາເມລິກາ ແລະ ທ່ານ ໂຣເບິດ ໄລທິເຊີ ຜູ້ແທນເຈລະຈາການຄ້າຂອງລັດຖະບານວໍຊິງຕັນ ຮ່ວມກັນສົ່ງໜັງສືເຖິງທ່ານ ຫລິວ ເຮີ ຮອງນາຍົກລັດຖະມົນຕີຈີນ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານປະເທດ ສີ ຈິ້ນຜິງ ໃນອາທິດຜ່ານມາ ຮຽກຮ້ອງຈີນຫລຸດກຳແພງພາສີລົດຍົນຂອງອາເມລິກາ ເພື່ອຫລຸດການຂາດດູນການຄ້າໃຫ້ແກ່ອາເມລິກາ.
On Tariffs' effect on the economy Secretary Mnuchin says: I don't expect to see a big impact on the economy, we've been very careful on how we're doing this and what we're doing. I think it's long-term very good for the economy.
— Fox News Sunday (@FoxNewsSunday) March 25, 2018
ຂະນະດຽວກັນ, ເຈົ້າໜ້າທີ່ລະດັບສູງດ້ານນະໂຍບາຍການຄ້າຂອງລັດຖະບານວໍຊິງຕັນທັງສອງທ່ານຍັງສະເໜີໃຫ້ຈີນເພີ່ມປະລິມານການນຳເຂົ້າເຊມິຄອນດັກເຕີຈາກອາເມລິກາ ແລະ ຂະຫຍາຍໂອກາດໃນການໃຫ້ນັກທຸລະກິດຂອງອາເມລິກາໃນການເຂົ້າສູ່ຂະແໜງການເງິນຂອງຈີນ, ເຖິງວ່າຍັງບໍ່ຈະແຈ້ງວ່າ: ລັດຖະບານປັກກິ່ງມີທ່າທີຕໍ່ຈົດໝາຍສະບັບດັ່ງກ່າວແນວໃດ, ແຕ່ຮອງນາຍົກລັດຖະມົນຕີຈີນກ່າວທ່ານ ມານູຊິນ ຜ່ານທາງໂທລະສັບວ່າ: ມາດຕະການຂຶ້ນພາສີຂອງອາເມລິກາຕໍ່ຈີນ ຈະສົ່ງຜົນກະທົບຕໍ່ສິນຄ້າ 1.300 ລາຍການ ຄິດເປັນເງິນອາດສູງເຖິງ 60.000 ລ້ານໂດລາສະຫະລັດ ສະແດງໃຫ້ເຫັນວ່າລັດຖະບານວໍຊິງຕັນບໍ່ເຄົາລົບກົດການຄ້າລະຫວ່າງປະເທດ ແລະ ຈີນຈະປົກປ້ອງຜົນປະໂຫຍດຂອງຕົນເອງ.

