ຮືຮາ! ຟຼອຍ ເມເວດເທີ ເຜີຍຈະຂຶ້ນຊົກກັບແມນນີ ປາກຽວ ອີກຄັ້ງ

ຟຼອຍ ເມເວດເທີ ຈູເນຍ ລະບຸ ຕົນຈະໄປເຈລະຈາ ເລື່ອງການຂຶ້ນສັງວຽນແລກກຳປັ້ນກັບ ແມນນີ ປາກຽວ ທີ່ປະເທດ ຊາອຸດິ ອາຣາເບຍ ອີກຄັ້ງ, ໂດຍກ່ອນໜ້ານີ້ທັງ ສອງໄດ້ໂຕ້ຕອບກັນໃນໂລກອອນລາຍຢ່າງຮ້ອນແຮງ

ຟຼອຍ ເມເວດເທີ ຈູເນຍ ອາດີດຍອດນັກມວຍສາຍ ເລືອດ ອາເມລິກາ ເປີດເຜີຍ ວ່າ ຕົນເອງຈະໄປເຈລະຈາ ເລື່ອງຄວາມເປັນໄປໄດ້ໃນ ການກັບຂຶ້ນສັງວຽນແລກ  ໝັດແມນນີ ປາກຽວ ນັກມວຍ ຂວັນໃຈມະຫາຊົນຄົນດັງ  ອີກຄັ້ງຫຼັງຈາກ ທີ່ຫຼາຍຄົນ ຮຽກຮ້ອງໃຫ້ພວກເຂົາທັງ ສອງຂຶ້ນສັງວຽນດວນກຳ   ປັ້ນກັນໃນຕະຫຼອດໄລຍະທີ່ ຜ່ານມາ.

ຫຼາຍຄົນຍົກໃຫ້ ເມເວດ ເທີ ກັບ ປາກຽວ ເປັນສຸດຍອດ ກຳປັ້ນໃນຕອນທີ່ພວກເຂົາ ໂດ່ງດັງທີ່ສຸດ, ເຊິ່ງທັງສອງ ຄົນກໍເຄີຍຊົກກັນໄປໃນປີ 2015 ໂດຍຕອນນັ້ນ ເມເວດ ເທີ ຈູເນຍ ຊະນະ ຄະແນນ ແບບເປັນເອກະສັນ ຢ່າງໃດ ກໍຕາມ ມີກະ ແສຮຽກຮ້ອງ ໃຫ້ທັງສອງຄົນກັບມາຊົກ ກັນອີກຄັ້ງຢູ່ຕະຫຼອດ ແລະ ເມື່ອບໍ່ດົນມານີ້ ທັງສອງກໍ ທ້າທາຍກັນຜ່ານໂລກອອນ ລາຍອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ