ຢູເວນຕຸສ ຄວ້າແຊ້ມ ກັລໂຊ່ເຊເຣຍ 7 ສະໄໝຕິດ

ກັລໂຊເຊເຣຍ ອາ ອີຕາລີ ນັດຮອງສຸດທ້າຍ ເກມຄູ່ສຳຄັນໃນຄືນວັນທີ 13 ພຶດສະພານີ້ ໂຣມ່າ ລົງສະໜາມພົບ ຢູເວນຕຸສ ທີ່ຕ້ອງການອີກຄະແນນດຽວ ກໍຈະຄວ້າແຊ້ມມາຄອງທັນທີ.
ຜົນປາກົດວ່າ ຕະຫລອດ 90 ນາທີ ບໍ່ມີທີມໃດຍິງປະຕູໄດ້ ກ່ອນຈົບເກມສະເໝີກັນ 0-0 ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ຢູເວນຕຸສ ຄວ້າແຊ້ມລີກໄດ້ເປັນສະໄໝທີ 7 ຕິດຕໍ່ກັນໄດ້ສຳເລັດ ມີ 92 ຄະແນນຈາກ 37 ນັດ ຫ່າງ ນາໂປລີ ອັນດັບ 2 ຢູ່ 4 ຄະແນນ ໃນຂະນະທີ່ເຫລືອການແຂ່ງຂັນພຽງນັດດຽວ. ຂະນະທີ່ ໂຣມ່າ ຢູ່ທີ 3 ມີ 74 ຄະແນນ.

