ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ
ຕອນຄໍ່າວັນທີ 13 ມີນານີ້, ສະພາສູງອັງກິດໄດ້ລົງຄະແນນສຽງຮັບຮອງຍັດຕິຖອນອອກຈາກສະຫະພາບເອີຣົບແລ້ວ ທັງໄດ້ກຳຈັດອຸປະສັກທາງກົດໝາຍຕໍ່ການດຳເນີນຂັ້ນຕອນການຖອນອອກຈາກສະຫະພາບເອີຣົບຂອງປະເທດຕົນ. ທັງນີ້ລັດຖະບານອັງກິດຈະນຳໃຊ້ມາດຕາທີ 50 ຂອງສັນຍາລິສບອນໃນທ້າຍເດືອນນີ້ ແລະ ເລີ່ມດຳເນີນການເຈ ລະຈາຖອນອອກຈາກສະຫະພາບເອີຣົບ.
ໃນທ້າຍເດືອນກຸມພາຜ່ານມາ, ສະພາຕໍ່າອັງກິດໄດ້ຜ່ານຍັດຕິການຖອນອອກຈາກສະຫະພາບເອີຣົບດ້ວຍສຽງສ່ວນຫຼາຍ ແລະ ໄດ້ຍື່ນຍັດຕິໃຫ້ສະພາສູງຄົ້ນຄວ້າພິຈາລະນາ, ແຕ່ສະພາສູງອັງກິດໄດ້ສະເໜີໃຫ້ດັດແກ້ສອງມາດຕາ ໂດຍໄດ້ສົ່ງຍັດຕິຄືນໃຫ້ສະພາຕໍ່າເພື່ອຄົ້ນຄວ້າພິຈາລະນາໃໝ່.
ອີງຕາມກົດໝາຍຂອງສະຫະພາບເອີຣົບ, ຖ້າຂັ້ນຕອນການຖອນອອກຈາກສະຫະພາບເອີຣົບໄດ້ເລີ່ມດຳເນີນການແລ້ວ, ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງສຳເລັດການເຈລະຈາພາຍໃນ 2 ປີ ແລະ ຖ້າຈຳເປັນຕ້ອງໄດ້ແກ່ຍາວເວລາການເຈ ລະຈາ, ຄວນໄດ້ຮັບຄວາມເຫັນດີຢ່າງເປັນເອກະພາບຈາກ 27 ປະເທດສະມາຊິກຂອງສະຫະພາບເອີຣົບ.

