ປະທານາທິບໍດີ Brazil ລົບ​ລ້າງ​ການ​ພົບ​ປະ​ກັບ​ປະທານ​ປະ​ເທດຈີນ ຍ້ອນ​ມາ​ຊ້າ

ພາຍຫຼັງຖ້າໄດ້ 25 ນາທີ ບໍ່ເຫັນຄະນະຜູ້ແທນຂອງຈີນມາເຖິງຕາມເວລານັດໝາຍ, Brazil ຈຶ່ງລົບລ້າງການພົບ ປະສອງຝ່າຍ ເພື່ອໃຫ້ທັນໂມງ ຂຶ້ນຍົນກັບບ້ານ.

ໃນວັນທີ 29 ມິຖຸນາຜ່ານມານີ້, ປະທານາທິບໍດີ Brazil, Jair Bolsonaro ແລະ ປະທານ ປະເທດ ຈີນ ສີຈິ້ນຜິງ ໄດ້ມີ ແຜນການພົບປະກັນນອກ ຮອບກອງປະຊຸມ G20 ຢູ່ທີ່ Osaka ແຕ່ບໍ່ເຫັນຄະນະຜູ້ ແທນຂອງຈີນມາເຖິງຕາມ ໂມງເວລານັດໝາຍ, ຄືເວລາ 14 ໂມງ 55 ນາທີ, ຝ່າຍ Brazil ຈຶ່ງໄດ້ລົບລ້າງການ ພົບປະ.

ໂຄສົກຂອງທ່ານ Bolsonaro, ທ່ານ Otavio Rego Barros ໃຫ້ຮູວ່າ: ຄະນະຜູ້ແທນຂອງພວກເຮົາໄດ້ ມ້ຽນມັດເຄື່ອງຂອງ ແລະ ຕຽມພ້ອມອອກເດີນເພື່ອກັບ ຄືນປະເທດໃຫ້ທັນກັບໂມງ ບິນ. Barros ເວົ້າວ່າ:  “ປະທານາທິບໍດີ ຈຶ່ງໄດ້ຕັດສິນໃຈ ລົບລ້າງການພົບປະສອງຝ່າຍ ຍ້ອນຄະນະຜູ້ແທນຝ່າຍຈີນ ບໍ່ມາຕົງຕາມເວລານັດໝາຍ”

ການລົບລ້າງກອງປະ ຊຸມສຸດຍອດຕ່າງໆກໍ່ເຄີຍເກີດ ຂຶ້ນມາແລ້ວ ເປັນເລື່ອງທຳ ມະດາ ຍ້ອນຄວາມຜິດພາດລະຫວ່າງວາລະຂອງກອງ ປະຊຸມ ກັບເວລາຕົວຈິງ. ປະ ທານາທິບໍດີຂອງ ລັດເຊຍ ປູຕີນກໍເຄີຍເຂົ້າກອງປະຊຸມ ຊັກຊ້າຫຼາຍເທື່ອແລ້ວ. ແຕ່ກໍ ລະນີຄື Brazil ກັບ ຈີນ ນີ້ບໍ່ເຄີຍ ເກີດຂຶ້ນມາກ່ອນ.

ຈີນເປັນຄູ່ຮ່ວມມືທາງ ການຄ້າລະດັບຕົ້ນໆ ຂອງ Brazil ແລະ ມີການລົງທຶນ ຫຼາຍທີ່ສຸດຢູ່ Brazil. ໃນການ ໂຄສະນາຫາສຽງລົງຊີງໄຊ ປະທານາທິບໍດີຂອງ Brazil ຫວ່າງປີກາຍ, ທ່ານ Bolsonaro ຢືນຢັນວ່າຈະຫຼຸດ ຜ່ອນການຂຶ້ນກັບເສດຖະກິດຂອງຈີນ. ປະທານາທິບໍດີ Brazil ມີແຜນຈະໄປຢາມ ຈີນໃນເດືອນຕຸລາຈະມາເຖິງນີ້.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ