ໜັງສືພິມຈີນ ເອີ້ນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດວ່າ “ ຄົນຜີບ້າ ”

ໜັງສືພິມ Global Times ເອີ້ນລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Pompeo ດ້ວຍຄຳນາມວ່າ: “ ຄົນຜີບ້າ ”

ກ່ອນໜ້າຈະມີການພົບປະລະຫວ່າງ ປະທານ ສີຈິ້ນຜິງ ຂອງຈີນ ແລະ ປະທານາທິບໍດີ ສະຫະລັດ ອາເມລິກາ ດໍໂນທຼຳ ນອກວາລະກອງປະຊຸມສຸດຍອດ G20 ຢູ່ຍີ່ປຸ່ນ. ຈີນໄດ້ເອີ້ນ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດວ່າ “ ຄົນປ່ວງບ້າ ” ໃນການພົວພັນສາກົນ.

ຄຳເວົ້າສຽດສີດັ່ງກ່າວໄດ້ຂຽນລົງໃນໜ້າໜັງສືພິມ Global Times ແລະ ໄດ້ເອີ້ນ ລັດຖະມົນຕີກະຊວງການຕ່າງປະເທດດ້ວຍຫຼາຍຄຳນາມທີ່ແຕກຕ່າງກັນເຊັ່ນ: “ ຄົນຜີບ້າ ” , “ ເຈົ້າໜ້າທີ່ນົກແຫຼວ ໃນການພົວພັນກັບນົກແຫຼວ  ”.

ປະທານາທິບໍດີສະຫະລັດ ອາເມລິກາ ແລະ ປະທານ ສີຈິນຜິງຂອງຈີນ ມີແຜນຈະພົບປະກັນໃນວັນທີ 29 ມິຖຸນາທີ່ຈະມາເຖິງນີ້, ພາຍຫຼັງ ກອງປະຊຸມສຸດຍອດ G20 ຢູ່ Osaka, ຍີ່ປຸ່ນ .

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ