ນັກກິລາແລ່ນ ອາຍຸ 7 ປີ ທຳລາຍສະຖິຕິແລ່ນ 10 ກິໂລແມັດໃນ 44 ນາທີ

ຊາຣ້າ ເມໂລນີ້ ນັກກິລາ ແລ່ນຍິງອາຍຸ 7 ປີ ທຳລາຍສະ ຖິຕິ ເອີໂຣ ດ້ວຍການໃຊ້ເວລາ ແລ່ນພຽງ 44 ນາທີໃນໄລຍະ 10 ກິໂລແມັດ.
ສຳນັກຂ່າວຕ່າງ ປະເທດ ຈາກເອີໂຣ ລາຍງານວ່າ ວັນ ທີ 20 ມິຖຸນາ 2019 ຊາຣ້າ ເມໂລນີ້ ອາຍຸພຽງ 7 ປີ ເຮັດ ສະຖິຕິໃນການເເລ່ນຂອງ ເອີໂຣ ດ້ວຍການໃຊ້ເວລາ 44:44 ນາທີ ໃນການແຂ່ງ ຂັນແລ່ນທີ່ ໄມເດຍ ອໍຣາສ ເຊິ່ງທຳລາຍສະຖິຕິເກົ່າ ຂອງນັກແລ່ນລຸ້ນເຍົາວະ ຊົນຈາກ ສະວີເດັນ ທີ່ເຄີຍເຮັດ ໄວ້ທີ່ 47:58 ນາທີໃນ ໄລຍະທາງ 10 ກິໂລແມັດ ເຊັ່ນກັນໃນເມື່ອປີ 2015 ທີ່ຜ່ານມາ ຍັງມີລາຍງານ ລະບຸເພີ່ມອີກວ່າ ຕອນທີ່ ຊາຣ້າ ເມໂລນີ້ ຕອນອາຍຸ 6 ປີ ເຄີຍແລ່ນໃນໄລຍະທາງ 10 ກິໂລແມັດດ້ວຍໄລຍະ ເວລາ 50:01 ນາທີມາແລ້ວ.


