ຈາກສະຫນາມຫຍ້າສູ່ທະເລ, ອະດີດນັກເຕະດັງລະດັບໂລກ ໂຄເອນເທົາ ຜັນຕົວຍຶດອາຊີບຊາວປະມົງ

ຟາບີໂອ ໂຄເອນເທົາ ອະດີດກອງຫລັງທີມຊາດໂປຣຕຸເກສ ແລະ ເຣອັນ ມາດຣິດ ອຳລາຊີວິດນັກເຕະ ຜັນຕົວຍຶດອາຊີບຊາວປະເມີນເຕັມຮູບແບບ ໂດຍເປີດເຜີຍວ່າ ເປັນອາຊີບໃນຝັນຕັ້ງແຕ່ນ້ອຍ ແລະ ເຮືອກັບທ້ອງທະເລຄືຄວາມສຸກໃນຊີວິດຂອງລາວ.
ຟາບີໂອ ໂຄເອນເທົາ ອະດີດກອງຫລັງທີມຊາດໂປຣຕຸເກສ ອອກມາເປີດເຜີຍເຖິງອາຊີບປັດຈຸບັນ ທີ່ລາວຜົນຕົວໄປເປັນຊາວປະມົງເຕັມຕົວ ໂດຍມີເຮືອປະມົງເປັນຂອງຕົນເອງ ຫລັງອະດີດດາວເຕະອາຍຸ 33 ປີ ຫາກໍປະກາດແຂວນເກີບໄປ ຫລັງຈົບລະດູການທີ່ຜ່ານມາ.
ອະດີດນັກເຕະ ເຣອັນ ມາດຣິດ, ເບນຟີກາ ແລະ ສະປອດຕິງ ລິສບອນ ປະກາດແຂວນເກີບຫລັງຈົບລະດູການທີ່ຜ່ານມາ ໂດຍສະໂມສອນສຸດທ້າຍໃນອາຊີບຂອງລາວກໍຄື ຣີໂອ ອາຟ ທີມໃນລີກບ້ານເກີດ ຫລັງຈາກນັ້ນ ໂຄເອນເທົາ ຈຶ່ງຜັນຕົວມາເຮັດອາຊີບຊາວປະມົງ ເຊິ່ງເປັນອາຊີບໃນຝັນຂອງລາວແບບເຕັມເວລາ ໂດຍໃຊ້ເຮືອທີ່ຊື້ເອົາໄວ້ຕັ້ງແຕ່ສະໄຫມຍັງເປັນນັກເຕະ ເປັນເຄື່ອງມືທຳມາຫາກິນ ໂດຍເຮືອດັ່ງກ່າວເຄີຍໃຊ້ຊ່ວຍຊີວິດຫມູ່ປະມົງ 15 ຄົນ ທີ່ປະສົບອຸບັດຕິເຫດເຮືອຫລົ່ມກາງທະເລມາແລ້ວນຳອີກ.
ໂຄເອນເທົາ ເວົ້າເຖິງອາຊີບໃຫມ່ຂອງລາວຜ່ານສື່ໃນບ້ານເກີດວ່າ ‘‘ ຊີວິດໃນທະເລມັນບໍ່ແມ່ນເລື່ອງຫນ້າອາຍຢ່າງທີ່ຫລາຍຄົນຄິດ ມັນກໍເປັນວຽກຢ່າງຫນຶ່ງຄືກັນ ຍິ່ງໄປກວ່ານັ້ນ ທ້ອງທະເລຍັງສວຍງາມ ແລະ ເປັນສິ່ງຈຳເປັນສຳລັບຊີວິດມະນຸດນຳອີກ ຫລາຍຄົນທີ່ເຮັດວຽກຢູ່ນີ້ມີຄວາມເປັນມືອາຊີບຢ່າງສູງ ແລະ ພວກເຂົາກໍສົມຄວນໄດ້ຮັບຄວາມເຄົາລົບຄືຄົນອາຊີບອື່ນໆ ’’.
‘‘ ຄົນທີ່ຮັກ ແລະ ຢາກມີປະສົບການໄດ້ສຳຜັດກັບທະເລ ກໍຄວນເດີນຫນ້າເຮັດຕາມຄວາມຝັນຂອງຕົນເອງ ນີ້ຄືອາຊີບທີ່ຄົນຍຸກໃຫມ່ກໍເຮັດໄດ້ ພໍ່ຂອງຂ້ອຍມີເຮືອ ແລະ ຕອນນ້ອຍໆ ຂ້ອຍມັກຂີ່ເຮືອໄປຫາປາກັບລາວເລື້ອຍໆ ຊີວິດຂອງຂ້ອຍຄືທະເລ ແລະ ການຫາປາ ແນ່ນອນ ຂ້ອຍຮູ້ດີວ່າຈັກມື້ຫນຶ່ງ ອາຊີບນັກເຕະບານຂອງຂ້ອຍມັນກໍຕ້ອງເຖິງເວລາຈຸດສິ້ນສຸດ ແລະ ຊີວິດຂ້ອຍຕ້ອງວາງເປົ້າໄປໃນທິດທາງອື່ນ ແລະ ຄວາມສຸກຂອງຂ້ອຍຄືການໄດ້ຢູ່ເທິງເຮືອ ແລະ ນີ້ຄືຊີວິດທີ່ຂ້ອງຕ້ອງການ ’’.

