ມີ 200 ກວ່າບລິສັດນຳສິນຄ້າມາວາງສະແດງ Lao TOP 3 EXPO 2019

ບັນດາບໍລິສັດຜູ້ປະກອບການທຸລະກິດທັງພາຍໃນ ແລະ ຕ່າງປະເທດກວ່າ 200 ຫົວໜ່ວຍ, ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນຫລາຍຍີ່ຫໍ້ເປັນຕົ້ນແມ່ນ ນະວັດຕະກໍາໃໝ່ຂອງການກໍ່ສ້າງອາຄານ, ອຸປະກອນການກໍ່ສ້າງ, ຜະລິດຕະພັນກ່ຽວກັບນ້ຳ, ອາຫານ ແລະ ເຄື່ອງດື່ມ, ເຂົ້າຮ່ວມງານວາງສະແດງສິນຄ້າ Lao TOP 3 EXPO ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ ນີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ.
ທ່ານ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ຮູ້ວ່າ: ງານວາງສະແດງນີ້, ໄດ້ສັງ ລວມເອົາຜະລິດຕະພັນອຸດສາຫະກຳທາງດ້ານ ອາຄານ ແລະການກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ ແລະອຸດສາຫະກຳການບຳບັດ ແລະການສະໜອງ ກ່ຽວກັບນ້ຳຈາກ 12 ປະເທດເປັນຕົ້ນ: ຈີນ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫລີ, ມາເລເຊຍ, ສິງກະໂປ, ໄທ ແລະສະຫະລັດອາເມລິກາ. ງານດັ່ງກ່າວເປັນເວທີການຄ້າຂະໜາດ ໃຫຍ່ເພື່ອແນະນໍາຜະ ລິດຕະພັນ,. ນອກນີ້ ພາຍໃນງານມີການຈັດສຳມະນາ ແລະ ມອບລາງວັນໃຫ້ກັບຜູ້ປະກອບການກໍ່ສ້າງດີເດັ່ນໃນການອອກແບບອາຄານຕ່າງໆເປັນຕົ້ນໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ. ເຊິ່ງທຽບໃສ່ປີຜ່ານມາເຫັນວ່າງານປີນີ້ໄດ້ຮັບຄວາມສົນໃຈຈາກຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ແລະມີມວນຊົນເຂົ້າຮ່ວມຫລາຍສົມຄວນ.
ຜູ້ອຳນວຍການບໍລິສັດ ທໍ່ນ້ຳລາວ ອຸດສາຫະກຳ ເທັກໂນໂລຢີ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດຕົນເອງໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້ເປັນຄັ້ງທຳອິດທີ່ໄດ້ນຳເອົາຜະລິດຕະພັນທໍ່ນ້ຳລາວເຂົ້າຮ່ວມວາງສະແດງງານຄັ້ງນີ້ ແລະ ເປັນໂອກາດອັນດີໃຫ້ບໍລິສັດ ໄດ້ໂຄສະນາຜະລິດຕະພັນຂອງຕົນໃຫ້ສັງຄົມຮັບຮູ້ຫລາຍຂຶ້ນ, ປັດຈຸບັນ ເຫັນວ່າຜະລິດຕະພັນພສຍໃນປະເທດພວກເຮົາກໍໃກ້ກັນ, ຄວາມນິຍົມຈາກສັງຄົມຫລາຍຂຶ້ນ, ໂດຍສະເພາະບໍລິສັດຕົນກໍໄດ້ມີລູກຄ້າເປັນຈຳນວນຫລາຍໄດ້ຊົມໃຊ້ຜະລິດຕະພັນທໍ່ນ້ຳລາວ.

