ປີ 2021 ກວດພົບການລັກລອບປູກຝິ່ນ ຢູ່ 8 ແຂວງພາກເໜືອ 901 ເຮັກຕາ

ທ່ານ ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການ 315 ໄດ້ລາຍງານໃນກອງປະຊຸມສະຫລຸບວຽກງານ ປະຈໍາປີ 2021 ໃນວັນທີ 18 ກຸມພາ ຜ່ານມາວ່າ: ໃນປີ 2021, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (315) ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບການລັກລອບປູກຝິ່ນຂອງປະຊາຊົນຢູ່ 8 ແຂວງພາກເໜືອ 156 ຈຸດ, 1.278 ຕອນ ກວມເນື້ອທີ່ 901 ເຮັກຕາ.
ຈາກນີ້ເຈົ້າໜ້າທີໄດ້ລົງທໍາລາຍສວນຝິ່ນ 569 ເຮັກຕາ ແລະ ທໍາລາຍສວນກັນຊາ 4,2 ເຮັກຕາ, ພ້ອມທັງເຮັດບົດບັນທຶກເຊົາການປູກຝິ່ນ ນຳປະຊາຊົນ 12.856 ຄອບຄົວ.
ຂະນະດຽວກັນກໍໄດ້ສົມທົບກັບພະແນກ ເຜີຍແຜ່ລະບຽບກົດໝາຍຢ່າງຕໍ່ເນື່ອງ ເພື່ອໃຫ້ປະຊາຊົນຢຸດເຊົາລັກລອບປູກຝິ່ນ-ກັນຊາ ທັງສຸມໃສ່ກວດກາຈຸດທີ່ປະຊາຊົນລັກລອບປູກ ນໍາໄປສູ່ການທໍາລາຍຖິ້ມໄປຄວບຄູ່ກັບການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.
ຂໍ້ມູນ: ກົມສື່ມວນຊົນ ປກສ

