ກຳ​ປັ່ນ​ນ້ຳມັນ​ຂອງ​ສະຫະພາບ ອາຣັບ ຖືກ​​ໂຈມ​ຕີ

ຂ່າວສານຂອງ ອີຣານ ສົງໄສວ່າ UAE ຢູ່ເບື້ອງຫຼັງຂອງການໂຈມ ຕີກຳປັ່ນນໍ້າມັນຢູ່ອ່າວໂອມານ (Oman)

ສຳນັກຂ່າວ FarsNews ຂອງອີຮານ ກ່າວໃນວັນທີ 14 ມິຖຸນາໄດ້ກ່າວ  ອ້າງອີງຈາກຄຳຢືນຢັນຂອງ Hezam al-Hezam ນັກວິເຄາະຊາວ Arab Saudi ວ່າ:  “ບັນດາຊາດໃນສະຫະ ພາບອາຣັບ(UAE) ກຳລັງ ຢອກລໍ້ກັບຄວາມໝັ້ນຄົງ ໃນຂົງເຂດດ້ວຍການໂຈມຕີ ກຳປັ່ນນໍ້າມັນຢູ່ອ່າວໂອມານ. ຍ້ອນເຫດດັ່ງກ່າວ, ເຂົາຈຶ່ງ ໄດ້ປະກາດພາວະສຸກເສີນຕໍ່ ເຫດການທີ່ເກີດຂຶ້ນ. ການຕັດ ສິນໃຈດຳເນີນການດັ່ງກ່າວ ແມ່ນແນໃສ່ເພື່ອໃຫ້ສະຫະ ລັດອາເມລິກາ ບຸກໂຈມຕີ ອີຣານ ດ້ວຍການທະຫານ ທັງໄດ້ຮັບການສະໜັບສະ ໜູນຈາກ ໂອມານ ແລະ ປາ ກິດສະຖານ”.

Hezam ເວົ້າວ່າ: ອີຣານ ບໍ່ໄດ້ “ໂງ່ງ່າວ” ເຖິງຂັ້ນວ່າ ຈະໄປກໍ່ເລື່ອງໂຈມຕີກຳປັ່ນ ນໍ້າມັນແບບນັ້ນ, ໃນຂະນະທີ່ ພວກເຂົາກຳລັງຖືກລົງໂທດຈາກສະຫະລັດອາເມລິກາ ຢູ່. ທ່ານດັ່ງກ່າວຍັງກ່າວເຖິງ ການບຸກໂຈມຕີ ກຳປັ່ນນໍ້າມັນ 4 ລຳຢູ່ໃກ້ກັບທ່າກຳປັ່ນ  Fujairah ຂອງ UAE ໃນ ໜຶ່ງເດືອນກ່ອນໜ້ານີ້ ແລະ ກ່າວຫາວ່າ Mohammed Dahlan ຜູ້ຊ່ຽວຊານຂັ້ນ ສູງ ຂອງເຈົ້າຊາຍ UAE Moha mmed bin Zayed ເປັນ ຜູ້ຮັບຜິດຊອບ.

“ຂ້ອຍເຄີຍເວົ້າແລ້ວ  ວ່າ: Abu Dhabi ເປັນຜູ້ ປຸກປັ່ນກໍ່ໃຫ້ເກີດສົງຄາມຢູ່ ອ່າວ ເປີເຊຍ ໂດຍການສະໜັບສະໜູນຂອງ Riyadh. ເຂົາຄິດວ່າ ສົງຄາມເປັນ ຄືກັນ ກັບເຄື່ອງຫຼີ້ນຂອງເດັກນ້ອຍ” ນັກຊ່ຽວຊານກ່າວ.

ເມື່ອເຫດການດັ່ງກ່າວ ເກີດຂຶ້ນ, ສະຫະລັດອາເມລິກາ ກໍຖິ້ມເລື່ອງໃສ່ ອີຣານ ທັນທີ, ພວກເຂົາເວົ້າວ່າ ພວກເຂົາ ມີຂໍ້ມູນ ແລະ ພະຍານຂອງ ເຫດການຄັກແນ່ວ່າ ເຕເຮ ຣານ ເປັນຜູ້ໂຈມ ຕີກຳປັ່ນ ນໍ້າມັນລຳດັ່ງກ່າວ.

ກະຊວງການຕ່າງປະເທດຂອງອັງກິດ ແລະ ອາຣັບ ສະໜັບສະໜູນທັດສະນະ ຂອງອາເມລິກາ, ໃນຂະນະດຽວກັນ ອີຣານເອີ້ນວ່າ  “ການກ່າວຫາບໍ່ມີເຫດຜົນ”. ລັດເຊຍໄດ້ຮຽກຮ້ອງ ໃຫ້ແຕ່ລະຝ່າຍຢ່າຟ້າວອອກມາສະຫຼຸບບັນຫາ ແລະ ເອົາບັນຫາດັ່ງກ່າວມາເປັນເງື່ອນໄຂພາໃຫ້ເກີດສົງຄາມ  ແລະ ເພີ່ມການກົດດັນຕໍ່ເຕ ເຮຣານ.

ທະຫານເຮືອໃນກຳປັ່ນ  Kokuka Courageous ແລະ Front Altair ທີ່ບັນ ທຸກນໍ້າມັນ ທີ່ຖືກໂຈມຕີ ຢູ່ ອ່າວ ໂອມານລ້ວນແຕ່ມີ ຄວາມປອດໄພດີ. ໃນນັ້ນມີທະຫານເຮືອຂອງ ຟີລິບປິນ 21 ຄົນຢູ່ໃນ ກຳປ່ັນ Koku ka Courageous, ປັກທຸງປະເທດປານາມາ ຊຶ່ງຢູ່ພາຍ ໃຕ້ການຄວບຄຸມຂອງບໍລິ ສັດຍີ່ປຸ່ນ ແລະ ກຳປັ່ນ  Front Altair ປັກທຸງ ຂອງໝູ່ເກາະ Marshall ຂຶ້ນກັບກຳມະສິດ ຂອງ ນອກແວ, ໃນນີ້ມີທະຫານເຮືອ 23 ຄົນ, ລ້ວນ ແຕ່ມີຄວາມປອດໄພ.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ