ເມືອງຫລວງຂອງຟີລິບປິນ ກຽມປັບຫລຸດເຕືອນໄພໂຄວິດ-19 ສູ່ລະດັບຕໍ່າສຸດມີນານີ້

ວັນທີ 27 ກຸມພາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຄາຣ໌ໂລ ໂນກຣາເລສ ເລຂາທິການຄະນະລັດຖະບານຟີລິບປິນ ປະກາດກຽມຫລຸດຜ່ອນຂໍ້ຈຳກັດຄວບຄຸມພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃນເຂດມະຫານະຄອນມະນິລາ ລົງສູ່ລະດັບຕໍ່າສຸດນັບແຕ່ວັນທີ 1 ມີນາເປັນຕົ້ນໄປ ຫລັງຈຳນວນຜູ້ຕິດເຊື້ອ ແລະ ຜູ້ເຂົ້າຮັບການປິ່ນປົວໃນໂຮງໝໍຂອງເຂດເມືອງຫລວງຫລຸດລົງ.
ທ່ານ ໂນກຣາເລສ ກ່າວວ່າ: ຄະນະເຮັດວຽກສະເພາະກິດລະຫວ່າງໜ່ວຍງານດ້ານພະຍາດໂຄວິດ-19 ເຫັນພ້ອມໃຫ້ປັບຫລຸດລະດັບການເຕືອນໄພພະຍາດໂຄວິດ-19 ໃນເຂດມະຫານະຄອນມະນິລາ ແລະ ພື້ນທີ່ອື່ນໆອີກ 38 ແຫ່ງ ລົງສູ່ລະດັບ 1 ຈາກທັງໝົດ 5 ລະດັບ ນັບແຕ່ວັນທີ 1-15 ມີນານີ້.
ການເຕືອນໄພລະດັບ 1 ຄວບຄຸມພື້ນທີ່ທີ່ມີຜູ້ຕິດເຊື້ອ ແລະ ມີການແພ່ເຊື້ອຂອງພະຍາດໂຄວິດ-19 ໃນລະດັບຕໍ່າ ແລະ ຫລຸດລົງຢ່າງຕໍ່ເນື່ອງ ແລະ ມີອັດຕາການຄອງຕຽງໃນໂຮງໝໍ ແລະ ອັດຕາການເຂົ້າປິ່ນປົວໃນພະແນກຜູ້ປ່ວຍໜັກໃນລະດັບຕໍ່າ.
ກ່ອນໜ້ານີ້, ທ່ານ ວິນ ດິຊອນ ທີ່ປຶກສາປະທານາທິບໍດີດ້ານການຮັບມືພະຍາດໂຄວິດ-19 ກ່າວວ່າ: ການເຕືອນໄພລະດັບ 1 “ສົ່ງສັນຍານການຟື້ນຕົວຂອງເສດຖະກິດຢ່າງແຂງແຮງ ແລະ ໝັ້ນຄົງ ເຊິ່ງຈະຊ່ວຍສ້າງວຽກ, ຟື້ນການລົງທຶນ ຕະຫລອດຈົນຟື້ນການດຳເນີນງານຂອງຫລາຍອຸດສາຫະກຳ ແລະ ຂະແໜງການທ່ອງທ່ຽວໃຫ້ເປັນປົກກະຕິ”.
ທັງນີ້, ກະຊວງສາທາລະນະສຸກຟີລິບປິນລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1.038 ຄົນ ໃນວັນທີ 27 ກຸມພາ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທົ່ວປະເທດສະສົມມີ 3.661.049 ຄົນ. ຂະນະທີ່ຈຳນວນຜູ້ເສຍຊີວິດມີຢ່າງໜ້ອຍ 56.401 ຄົນ ໂດຍຟີລິບປິນຜະເຊີນການແພ່ລະບາດທັງໝົດ 4 ຮອບ ນັບແຕ່ປີ 2020.

