ທຣຳ ​ໄດ້​ຮັບ​ຈົດໝາຍ​ທີ່ ສ້າງສັນ ຈາກ​ກີ​ມຈອງ​ອຸນ

ປະທານາທິບໍດີສະຫະລັດ ເຊື່ອໝັ້ນ ຕໍ່ຜູ້ນຳ ສປປ ເກົາຫຼີ ແລະ ຄິດວ່າຈະສາມາດຈັດຕັ້ງກອງປະຊຸມສຸດຍອດຄັ້ງທີສາມໄດ້.

ປະທານາທິບໍດີສະຫະ ລັດອາເມລິກາ Donald Trump, ໃຫ້ຮູ້ວ່າ: ເຂົາໄດ້ຮັບ ຈົດໝາຍ “ສ້າງສັນ” ຈາກ ຜູ້ນຳ ສປປ ເກົາຫຼີ ກີມຈອງ ອຸນ.” ກີມຈອງອຸນ ໄດ້ຮັກສາ ຄຳໝັ້ນສັນຍາ. ບັນຫາດັ່ງ ກ່າວສຸດທີ່ສຳຄັນສຳລັບ ຂ້ອຍ”  ຫົວ ໜ້າທຳນຽບຂາວ ກ່າວ. ແຕ່ທຼຳບໍ່ໄດ້ໃຫ້ຮູ້ລາຍ ລະ ອຽດວ່າ ເນື້ອໃນຈົດໝາຍ   ນັ້ນເວົ້າຫຍັງ.

ປະທານາທິບໍດີ ສະຫະ ລັດອາເມລິກາ ຍັງສະແດງ ຄວາມເຊື່ອໝັ້ນຕໍ່ການ ຈັດ ກອງປະຊຸມສຸດຍອດ ເທື່ອ ທີສາມກັບຜູ້ນຳ ສປປ ເກົາຫຼີ. “ ກອງປະຊຸມອາດ ຈະເກີດ ຂຶ້ນ ແຕ່ຂ້ອຍຢາກ ໃຫ້ຈັດຕັ້ງ ໃສ່ໃນໄລຍະຍາວ ຈັກໜ້ອຍ ” ທ່ານ ກ່າວ.

ຊ່ຽວຊານທີ່ປຶກສາ ຄວາມໝັ້ນຄົງແຫ່ງສະຫະລັດອາເມລິກາ John Bolton, ຢືນຢັນວ່າ: ກອງ ປະຊຸມສຸດຍອດເທື່ອທີສາມ ລະຫ່ວາງ ທຼຳ-ກີມ  “ລ້ວນ ແຕ່ມີຄວາມເປັນໄປໄດ້”,  “ພວກເຮົາພ້ອມແລ້ວຖ້າຜູ້ ນຳທັງສອງພ້ອມຄືກັນ” Bolton ໃຫ້ຮູ້ຕື່ມອີກວ່າ: ຜູ້ນຳຂອງ ສປປ ເກົາຫຼີ ເປັນ “ຜູ້ຮັກສາລູກກຸນແຈ” ວ່າ ກອງປະຊຸມຈະ ເກີດຂຶ້ນໄດ້     ຫຼື ບໍ່.

ພາຍຫຼັງກອງປະຊຸມສຸດ ຍອດສອງຄັ້ງບໍ່ໄດ້ຮັບຜົນ ສຳເລັດ, ສະພາບຢູ່ ແຫຼມເກົາ ຫຼີ ແຮ່ງເພີ່ມຄວາມສັບສົນ ຂຶ້ນນັບມື້ ໂດຍສະເພາະແມ່ນ ການທົດລອງລູກສອນໄຟ ຂອງພຽງຢາງໃນວັນທີ 4 ແລະ 9 ພຶດສະພາຜ່ານມາ.

ສຳນັກຂ່າວສານຂອງ ສປປ ເກົາຫຼີ (KCNA), ໄດ້ລາຍງານວ່າ: ຖະແຫຼງ ການຮ່ວມ ທີ່ສິງກະໂປ ລະຫວ່າງທຼຳ – ກີມ “ມີໂອກາດຈະກາຍເປັນເຈ້ຍຂາວ ເພາະອາເມລິກາ ບໍ່ໄດ້ສົນ    ໃຈກັບການຈັດຕັ້ງປະຕິບັດ ບົດຖະແຫຼງການຮ່ວມດັ່ງກ່າວ” . ປະທານາທິບໍດີ ສ. ເກົາຫຼີ Moon Jae-in ກ່າວ ໃນວັນທີ 10 ມິຖຸນານີ້ວ່າ: ສະຫະລັດ ແລະ ສປປ ເກົາ  ຫຼີ ກຳລັງຫາລືການຈັດຕັ້ງກອງປະຊຸມສຸດຍອດເທື່ອທີສາມຢູ່.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ