ພູເຂົາໄຟ ໂອຕາເກະ ລະເບີດຢູ່ທາງຕາເວັນຕົກສ່ຽງໃຕ້ຂອງຍີ່ປຸ່ນ ທາງການຍົກລະດັບເຝົ້າລະວັງຢ່າງໃກ້ຊິດ

ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 14 ມັງກອນ 2024 ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ ລາຍງານການລະເບີດຂອງພູເຂົາໄຟ ໂອຕາເກະ ເຊິ່ງຢູ່ເທິງເກາະສຸວາໂນເສະ ໃນແຂວງຄາໂງຊິມະ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດ.

ເບື້ອງຕົ້ນບໍ່ມີລາຍງານການເກີດຄວາມເສຍຫາຍ ແລະ ຍັງບໍ່ມີຜູ້ເສຍຊີວິດ ຫລື ຜູ້ໄດ້ຮັບບາດເເຈັບ, ຂະນະ ທີ່ທາງການ ຍົກລະດັບການເຕືອນໄພສຳລັບພູເຂົາໄຟໂອຕາເກະ ຈາກລະດັບໜຶ່ງ ເປັນລະດັບສາມ ແລະ ເຕືອນໄພການລະເບີດຂອງພູເຂົາໄຟ ອາດຈະສົ່ງຜົນໃຫ້ມີກ້ອນຫີນຂະໜາດໃຫຍ່ ຟົ້ງອອກໄປໄກ ເປັນໄລຍະຫ່າງປະມານ 2 ກິໂລແມັດ ຈາກປາກພູເຂົາໄຟ ແລະ ຮຽກຮ້ອງໃຫ້ປະຊາຊົນຫລີກລ່ຽງການເຂົ້າສູ່ບໍລິເວນນີ້ ເຊິ່ງເປັນພື້ນທີ່ສ່ຽງ.