ເອກອັກຄະລັດຖະທູດ ສິງກະໂປ ຊື່ນຊົມ ຫວຽດນາມ

ເອກອັກຄະລັດຖະທູດ ສິງກະໂປ ປະຈຳສະຫະປະຊາຊາດ ເຊື່ອໝັ້ນວ່າ ຫວຽດນາມຈະເຮັດລ້ອນໜ້າທີ່ຂອງສະມາຊິກບໍ່ປະຈຳການ ຂອງ ສະພາຄວາມໝັ້ນຄົງໄດ້ເປັນຢ່າງດີ.

ເອກອັກຄະລັດຖະທູດ ສິງກະໂປ ປະຈຳສະຫະປະຊາຊາດ Burhan Gafoor, ວັນທີ 7 ມິຖຸນານີ້ຂຽນວ່າ: “ ຊົມເຊີຍຫວຽດນາມ ຖືກເລືອກຕັ້ງເປັນສະມາຊິກ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ດ້ວຍຄະແນນສຽງສູງສຸດ. ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ຕົວແທນ ສິງກະໂປ ໄດ້ລົງຄະແນນສຽງໃຫ້ກັບຫວຽດນາມ. ສິງກະໂປມີສາຍພົວພັນທີ່ດີເລີດກັບ ຫວຽດນາມ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ເຂົາເຈົ້າຈະເຮັດສຳເລັດໜ້າທີ່ຂອງຕົນ ” .

ໄລຍະມໍ່ໆມານີ້, ນາຍົກລັດຖະມົນຕີ ສິງກະໂປ ລີຮຽນລອງ ໄດ້ອອກຄຳຖະແຫຼງການວ່າ: “ຫວຽດນາມຮຸກຮານ ກຳປູເຈຍ” . ແລກປ່ຽນກັບລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟາມບິງມິງ ໃນວັນທີ 7 ມິຖຸນານີ້, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ອະທີບາຍວ່າ: ໃນເງື່ອນໄຂສະພາບແວດລ້ອມ ແລະ ຈຸດປະສົງຂອງນາຍົກ ລີຮຽນລອງ ໄດ້ລົງໃນສື່ສັງຄົມ ກໍຄືການສົນທະນາ Shangri-La ນັ້ນວ່າ: ບໍ່ໄດ້ໃສ່ຮ້າຍປ້າຍສີຫວຽດນາມແຕ່ຢ່າງໃດເລີຍ, ແຕ່ຍັງຢືນຢັນຄວາມສຳພັນສູ້ຮົບກັບຫວຽດນາມອີກຊໍ້າ.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ