ມາເລເຊຍຍຶດຢາໄອສ໌ຫລາຍເປັນ ປະຫວັດສາດເກືອບ 1,2 ໂຕນຈາກມຽນມາ

ມາເລເຊຍຍຶດຢາໄອສ໌ຫລາຍເປັນປະຫວັດສາດ ນ້ຳໜັກເກືອບ 1,2 ໂຕນ ໂດຍຕົບຕາວ່າເປັນຊາສົ່ງມາຈາກມຽນມາ ແລະ ຈັບກຸມຜູ້ຕ້ອງສົງໄສໄດ້ 6 ຄົນ.
ຫົວໜ້າກົມພາສີມາເລເຊຍ ເປີດເຜີຍວ່າ: ຢາໄອສ໌ນ້ຳໜັກ 1.187 ກິໂລ ມູນຄ່າ 71 ລ້ານຣິງກິດ ຢູ່ໃນຕູ້ຄອນເທນເນີທີ່ສົ່ງຈາກມຽນມາ ມາທ່າເຮືອກຣັງ ທາງຕາເວັນຕົກຕອນກາງຂອງປະເທດ ໃນວັນທີ 22 ພຶດສະພາ ຖືເປັນການຍຶດຢາໄອສ໌ປະລິມານ ແລະ ມູນຄ່າຫລາຍທີ່ສຸດເທົ່າທີ່ເຄີຍມີມາ. ເຈົ້າໜ້າທີ່ພາສີນຳເອົາຂອງກາງມາສະແດງໃຫ້ສື່ມວນຊົນເບິ່ງ ເປັນຢາໄອສ໌ທີ່ບັນຈຸໄວ້ໃນຖົງຊາສີເຫລືອງ. ເຈົ້າໜ້າທີ່ເປີດເຜີຍວ່າ: ຄວບຄຸມຕົວຜູ້ຕ້ອງສົງໄສໄດ້ 6 ຄົນ ເປັນຊາວມຽນມາ 3 ຄົນ ແລະ ຊາວມາເລເຊຍ 3 ຄົນ ກຳລັງຂະຫຍາຍຜົນການສອບສວນເພີ່ມຕື່ມ, ເຊື່ອວ່າແກ້ງນີ້ພົວພັນກັບແກ້ງໃນມຽນມາ. ນອກຈາກຍຶດຢາໄອສ໌ໄດ້ແລ້ວ ຍັງຍຶດເຮໂຣອິນໄດ້ຈຳນວນໜຶ່ງ ແລະ ຢາສູບເຖື່ອນ 1 ລ້ານກອກ.
ຢາໄອສ໌ເປັນອະນຸພັນໜຶ່ງຂອງເມດແອມເຟຕາມິນ ຫລື ຢາບ້າ. ຜູ້ຊ່ຽວຊານໃນອາຊີລະບຸວ່າ: ພາກພື້ນນີ້ມີການເສບຢາບ້າເພີ່ມຂຶ້ນໃນປີ 2015, ຂະນະທີ່ລາຍງານປີ 2017 ຂອງສຳນັກງານປ້ອງກັນຢາເສບຕິດ ແລະ ປາບປາມອາຊະຍາກຳແຫ່ງສະຫະປະຊາຊາດລະບຸວ່າ: ຢາບ້າເປັນໄພດ້ານສຸຂະພາບຮ້າຍແຮງທີ່ສຸດຂອງໂລກ.

