ກວຍ​ເດ​ສ ຍິງ​ປະຕູ​ໄຊ ພາ​ປ໋ອກຕຸຍ​ການ ຊະນະ ​ໂຮ​ນລັງ​ໄດ້​​ແຊ້ມຢູຟ້າ​ເນ​ຊັ້ນລີກ

ປ໋ອກຕຸຍການ ສາມາດຍາດເເຊ້ມລະດັບໂລກລາຍ ການທີ 2 ຕໍ່ຈາກ ເອີໂຣ 2016, ຫຼັງຈາກເອົາຊະນະ ໂຮນລັງ ໃນນັດຊີງຊະນະເລີດ 1-0 ປະຕູ ຈາກການຍິງ ປະຕູ ຂອງ ກອນຊາໂລ ກວຍເດສ ພາໃຫ້ ໄດ້ແຊ້ມ ຢູຟ້າ ເນຊັ້ນ ລີກ ມາຄອງສຳເລັດເມື່ອ ຄືນວັນອາທິດທີ 9 ມິຖຸນາ ຜ່ານມານີ້ ນອກຈາກນີ້ ຄຣິສ ເຕຍໂນ ໂຣນັລໂດ້ ກໍໄດ້ແຊ້ມ ດາວຊັລໂວໃນຮອບສຸດທ້າຍ ເພີ່ມຂັນລາງວັນທີ 29 ໃນຊີ ວິດການເປັນນັກກິລາອາຊີບ ໃຫ້ໂຕເອງ ແລະ  ຢູຟ້າ ເນຊັ້ນ ລີກຄັ້ງຕໍ່ໄປ ຈະຈັດຂຶ້ນໃນ ປີ  2021

ຄູ່ຊິງຊະນະເລີດ ຢູ່ຟ້າ ເນຊັ່ນຄລັບ 2019 ເປັນການ ພົບກັນລະຫວ່າງ “ເຈົ້າພາບ” ປ໋ອກຕຸຍການ ພົບກັບທີມ  ຢາມ ໂຮນລັງ ໂດຍຄູ່ກ່ອນໜ້າ ນີ້ ເປັນອັງກິດທີ່ ໄດ້ອັນດັບ  3 ໄປຄອງຫຼັງເຕະຈຸດໂທດ ເອົາຊະນະ ສະວິດເຊີເເລນ 6-5 ປະຕູ. ເລີ່ມເກມມາໄດ້ ພຽງ 4 ນາທີ ປ໋ອກຕຸຍການ ເກືອບໄດ້ຈຸດໂທດຫຼັງຈາກ ແບນາໂດ້ ຊິລວາລາກບານ ເຂົ້າ ໄປໃນເຂດໂທດກ່ອນຖືກ ຟານໄດສ ແລະ ດາເຣ່ ບຣິນ ບຽດລົ້ມລົງໄປ ແຕ່ຜູ້ຕັດສິນ ບໍ່ໃຫ້ເປັນລູກໄໝ ແລະ ໃຫ້ດຳ ເນີນເກມຕໍ່ໄປແຕ່ປ໋ອກຕຸຍ ການ ຍັງເປີດເກມບຸກໄດ້ ຈະ ແຈ້ງກວ່າ ແລະໃນນາທີທີ  12 ບຣູໂນ ແຟນານເດສ ໄດ້ ຍິງເຂົ້າກອບເປັນເທື່ອທຳອິດ ແຕ່ຜູ້ຮັກສາປະຕູ ຍາສເປີ ຊິວເລສຊັ່ນ ສາມາດປ້ອງກັນ ໄວ້ໄດ້ ແລະ ຕໍ່ມານາທີ 27 ໂຣນັລໂດ ຍິງເຕັມແຮງ ໃນ ຂອບເຂດໂທດ ແຕ່ຜູ້ຮັກສາ ປະຕູໃຊ້ມືປັດອອກຫຼັງປະຕູ ເປັນຈັງຫວະເຮັດໃຫ້ ຊິລວາ ຕໍ່ບານສັນໃຫ້ ບຣູໂນ ແຟ ນານເດສ ເປີດບານ ໂຄ້ງເຂົ້າ ຫົວ ຂອງໂຣນັລໂດ ທີ່ເຕັ້ນ ເອົາຂຶ້ນເອົາຫົວຕຳບານແຕ່ ກໍບໍ່ຜ່ານຜູ້ຮັກສາປະຕູໝົດ ເຄິ່ງເວລາທຳອິດຍັງບໍ່ມີທີມ ໃດສາມາດຍິງປະຕູໄດ້. ເຂົາ ມາເຄິ່ງເວລາທີສອງໃນນາທີ 60 ປ໋ອກຕຸຍການ ກໍ ສາມາດຍິງປະຕູໄດ້ 1-0 ຈາກການສວນກັບໄວແຄມ ເສັ້ນທ້າຍສະໜາມບານຫຼຸດໄປຮອດ ແບນາໂດ ຊິລວາ ເຂົ້າໄປໃນຂອບເຂດໂທດ ແລ້ວສົ່ງຄືນຫຼັງມາໃຫ້ກອນ ຊາໂລ່ ກວຍເດສຍິງໃນເຂດ ເສັ້ນ 18 ກາງປະຕູບານ ຜ່ານ ມືຜູ້ຮັກສາປະຕູຍາສເປີ ຊິລ ເລສເຊັນ ເຂົ້າໄປດ້ວຍ ຄວາມ ງົດງາມຫຼັງເສຍປະຕູນັກ ເຕະໂຮນລັງໄດ້ເລີ່ມເປິດເກມບຸກເພື່ອຫວັງເອົາປະຕູຄືນ ຫລາຍຂຶ້ນ ແລະໃນນາທີ 65 ໄດ້ລຸ້ນຕີສະເໝີຈາກການ ເຕະແຈຂອງ ດອນນີ່ ຟານ ເດິບີສ ທີ່ເຕະບານມາເຂົ້າ ຫົວຂອງ ເມມຟິສ ເດິປາຍ ແຕ່ບານໄປຊື່ມືຜູ້ຮັກສາປະຕູ ຣຸຍ ປາຕິຊີໂອ ແລະ ນາທີທີ່ 79 ໂຮນລັງ ມີລຸ້ນໄດ້ປະຕູ ອີກເທື່ອໜຶ່ງ ຈາກ ຄວິນຊີ່ ໂພຣເມສ ສົ່ງບານໃຫ້ ມາ ເທ່ນ ເດິ ຣອນ ຍິງດ້ວຍຕີນ ຂວາ ແຕ່ໜ້າເສຍດາຍບານ ເຫີນຂ້າມປະຕູອອກໄປ.

ໃນທ້າຍເກມກໍຍັງບໍ່ມີ ທີມໃດສາມາດຍິງປະຕູ    ແລະ ໄດ້ຈົບເກມແມ່ນປ໋ອກ ຕຸຍການຊະນະໂຮນລັງ ໄປໄດ້ ຫວຸດວິດ 1-0 ເປັນ ແຊ້ມ ຢູ ຟ່າເນຊັ້ນລີກໄດ້ເປັນທີມທຳ ອິດ ແລະ ເປັນແຊ້ມທີສອງ ໃນລະດັບໂລກຫຼັງຈາກໄດ້ ແຊ້ມ ເອີໂຣ ມາຄອງໄດ້ ເມື່ອ ປີ 2016.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ