ເອຟເອ ຕັ້ງຂໍ້ຫາ ລິເວີພູລ ຫຸ້ມລ້ອມກຳມະການ ເກມບຸກເສຍໃຫ້ ແມນ ຊິຕີ້

ສະມາຄົມບານເຕະອັງກິດ (FA) ໄດ້ຕັ້ງຂໍ້ຫາ ລິເວີພູລ ວ່າບໍ່ສາມາດຄວບຄຸມພຶດຕິກໍາຂອງນັກເຕະຂອງຕົນໄດ້. ຫລັງຈາກມີການໄດ້​ເຂົ້າໄປຫຸ້ມ​ອ້ອມ​ຮອບ​ຜູ້​ຕັດ​ສິນ​ໃນ​ເກມເສຍ​ຕໍ່ ແມນເຊັສເຕີ ຊິຕີ້.

ເຫດການດັ່ງກ່າວເກີດຂຶ້ນໃນເກມທີ່ ລິເວີພູລ ເສຍໃຫ້ ແມນ ຊິຕີ້ 1-4 ໃນເກມລີກ ເມື່ອວັນທີ 1 ເມສາ ທີ່ຜ່ານມາ, ໃນນາທີ 34 ນັກເຕະຂອງທີມຢາມໄດ້ພາກັນເຕົ້າໂຮມໃສ່ຜູ້ຕັດສິນ ໄຊມອນ ຮູເປີ ເພື່ອກົດດັນໃຫ້ແຈກໃບເຫລືອງໃຫ້ ໂຣດຣີ, ເຊິ່ງທາງ FA ເຫັນວ່າເປັນພຶດຕິກໍາທີ່ບໍ່ເຫມາະສົມ.