ສະຫະລັດ​ອາ​ເມ​ລິ​ກາ​ຈຳກັດ​ການ​ອອກ​ວີ​ຊາ ​ໃຫ້​ນັກ​ສຶກສາ​ຂອງ​ຈີນ

ສະຫະລັດອາເມລິກາຍອມຮັບວ່າ, ມີຄວາມເຂັ້ມ ງວດໃນການອອກວີຊາໃຫ້ ນັກສຶກສາຂອງຈີນ ເພາະນັກ ສຶກສາຈີນມີການຮ່ວມມືກັບ ນັກສືບ ລັບຂອງຕ່າງປະເທດ.

ໂຄສົກກະຊວງການຕ່າງ ປະເທດສະຫະລັດອາເມລິກາ, ໃນວັນທີ 3 ມິຖຸນານີ້ໃຫ້ ຮູ້ວ່າ: “ພວກເຮົາໄດ້ສືບຮູ້ວ່າ, ມີຫຼາຍກໍລະນີທີ່ນັກສືບລັບ ຂອງຕ່າງປະເທດໄດ້ຮ່ວມມືກັບນັກສຶກສາຂອງຈີນ ທີ່ກຳ ລັງສຶກສາຮໍ່າຮຽນຢູ່ໃນສະຫະລັດ ”

ທ່ານເວົ້າຕໍ່ວ່າ: “ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງການບໍລິການ ທີ່ ມີຄຸນນະພາບສູງທີ່ສຸດໃຫ້ຜູ້ທີ່ເຂົ້າມາຢູ່ສະຫະລັດທີ່ຖືກຕ້ອງຕາມກົດໝາຍ ແລະ ສ້າງຄວາມສະດວກສະບາຍ ໃນການອອກວີຊາໃຫ້ເຂົ້າເຈົ້າເຂົ້າສະຫະລັດໄດ້ຢ່າງທັນການ ”

ທ່າທີດັ່ງກ່າວທີ່ສະຫະ ລັດອາເມລິກາ ມີຂຶ້ນພາຍຫຼັງເກີດຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດ ແລະ ໄດ້ສົ່ງຜົນກະທົບໄປ ເຖິງ ຫຼາຍຂະແໜງການ, ໂດຍສະເພາະຫວ່າງມໍ່ໆມານີ້, ອາເມລິກາໄດ້ເພີ່ມແຮງກົດດັນຕໍ່ ບັນດາບໍລິສັດແຖວໜ້າຂອງຈີນໂດຍສະເພາະຫົວເຫວີຍ…

ໃນຈຳນວນນັກສຶກສາ ຕ່າງປະເທດທີ່ຮຽນຢູ່ສະຫະລັດແມ່ນນັກສຶກສາຈີນຫຼາຍ ກວ່າໝູ່, ປີກາຍນີ້ມີນັກ ສຶກສາຈີນໄປຮຽນຢູ່ສະຫະລັດ ດ້ວຍທຶນຕົນເອງ 360.000 ຄົນ. ການຫລຸດຈຳນວນນັກ ສຶກສາຂອງຈີນລົງຈະສົ່ງຜົນກະທົບຕໍ່ການເງິນຂອງອາ ເມລິກາບໍ່ໜ້ອຍ, ປີ 2017 ສະຫະລັດໄດ້ເງິນນຳນັກສຶກ ສາຈີນຮຽນຢູ່ສະຫະລັດປະມານ  14 ຕື້ ໂດລາ.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ