ສະຫະລັດ ປະກອບສ່ວນເງິນກ້ອນໃຫ່ຍເຂົ້າໃນກອງທຶນ ອົງການອະນາໄມໂລກ ຊຶ່ງແຕກຕ່າງກັບນະໂຍບາຍຂອງ ທຣຳ

ຂ່າວຕ່າງປະເທດ ລາຍງານເມື່ອວັນທີ 18 ກຸມພາ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ Antony Blinken ໃຫ້ຮູ້ວ່າ: ສະຫະລັດຈະປະກອບສ່ວນເງິນໃຫ້ກັບ ອົງການອະນາໄມໂລກ(WHO) ຈຳນວນ 200 ລ້ານໂດລາ ໃນທ້າຍເດືອນນີ້.

ການຕັດສິນໃຈຂອງລັດຖະບານ ໄບເດັນ ແມ່ນມີຄວາມໝາຍ ຄວາມສຳຄັນຫຼາຍຕໍ່ກັບຄຳໝັ້ນສັນຍາຂອງຜູ້ນຳສະຫະລັດຕໍ່ຊາວໂລກ ຊຶ່ງເປັນການແຕກຕ່າງກັນຫຼາຍກັບນະໂຍບາຍເກົາຂອງ ທຣຳ ທີ່ຖອນຕົວອອກຈາກ ອົງການດັ່ງກ່າວ ໂດຍລຳພັງໃຈ.

ສຳນັກຂ່າວ ຊີເອັນບີຊີ ອ້າງຄຳຖະແຫຼງຂອງ Blinken ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດເມື່ອວັນທີ 17 ກຸມພາວ່າ: “ມື້ນີ້ພວກເຮົາມີຄວາມເບີກບານມ່ວນຊື່ນ ແລະ ຢັ້ງຢືນວ່າ: ໃນທ້າຍເດືອນນີ້ ສະຫະລັດ ຈະປະກອບສ່ວນເງິນເຂົ້າກອງທຶນຂອງອົງການອະນາໄມໂລກ ຈຳນວນ 200 ລ້ນໂດລາ ຕາມພັນທະຂອງຕົນ”.

ສະຫະລັດເປັນຜູ້ສະໜັບສະໜູນລາຍໃຫ່ຍທີ່ສຸດໃຫ້ແກ່ ອົງການອະນາໄມໂລກ, ກວມ 15% ຂອງເງິນກອງທຶນທັງໝົດ.

ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ຮຽກຮ້ອງໃຫ້ທຸກຊາດຕ້ອງປະຕິບັດພັນທະມະນຸດສະທຳຂອງຕົນ ແລະ ຍັງຮຽກຮ້ອງໃຫ້ມີຄວາມໂປ່ງໃສ ໃນການໃຫ້ຂໍ້ມູນຂອງພະຍາດ ແລະ ເນັ້ນວ່າ: ບັນດາປະເທດຄວນເຂົ້າຮ່ວມໂຄງການ “ທີ່ໂປ່ງໃສ ແລະ ແຂງແຮງ’” ໃນການຕ້ານ ແລະ ສະກັດກັ້ນກໍລະນີສຸກເສີນ ທາງການແພດ.