ຕື່ມພະລັງໃຫ້ສະໝອງດ້ວຍໝາກຖົ່ວວອນນັດ

ອາການຫລົງໆລືມໆ ເປັນສັນຍານເຕືອນວ່າທ່ານມີອາການສະໝອງອິດເມື່ອຍອ່ອນເພຍ ເຊິ່ງອາດຈະເກີດຈາກຄວາມເຄັ່ງຄຽດຈາກທີ່ສະໝອງຜ່ານການໃຊ້ງານຢ່າງຕໍ່ເນື່ອງ ໂດຍສະເພາະຄົນຍຸກປະຈຸບັນທີ່ແຕ່ລະມື້ມີເລື່ອງຕ້ອງເຮັດ, ຕ້ອງຄິດພ້ອມກັນເທື່ອລະຫລາຍໆເລື່ອງ, ການໃຊ້ເຄື່ອງມືສື່ສານທີ່ມີຄື້ນສັນຍານຫລາຍເກີນໄປກໍມີຜົນລົບກວນການເຮັດວຽກຂອງສະໝອງ ລວມ ເຖິງການຂາດສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ເຊິ່ງສາເຫດເຫລົ່ານີ້ອາດຈະສົ່ງຜົນໃຫ້ເກີດປະສິດທິພາບການເຮັດວຽກຂອງສະໝອງອ່ອນແອລົງ, ມີອາການຫລົງໆລືມໆ, ສະໝອງອື້, ອາການສັບສົນມຶນງົງ, ຂາດສະມາທິ ແລະ ອາລົມປ່ຽນແປງຕະຫລອດເວລາ. ການປິ່ນປົວອາການສະໝອງອິດເມື່ອຍອ່ອນເພຍ ຕ້ອງອາໄສການປັບປ່ຽນຮູບແບບຂອງການໃຊ້ຊີວິດໃຫ້ດຸ່ນດ່ຽງຂຶ້ນ ທັງເລື່ອງການພັກຜ່ອນ ແລະ ການດູແລດ້ານໂພຊະນາການຄຽງຄູ່ກັນ.

ມື້ນີ້ພວກເຮົາຈຶ່ງຂໍສະເໜີໂຕຊ່ວຍທີ່ເປັນທາງເລືອກຈາກທຳມະຊາດທີ່ຈະສາມາດຊ່ວຍໃຫ້ທັງອີ່ມ, ແຊບ ແລະ ເພີ່ມພະລັງສະໝອງໃຫ້ແຂງແຮງປອດໂປ່ງໄດ້ງ່າຍໆ ນັ້ນກໍແມ່ນໝາກຖົ່ວວອນນັດ.
ໝາກຖົ່ວວອນນັ້ນ ຫລື ບາງຄົນ
ເອີ້ນວ່າ ໝາກຖົ່ວສະໝອງ ເນື່ອງຈາກຮູບຮ່າງແກ່ນມີລັກສະນະຄ້າຍຄືສະໝອງຄົນ ແລະ
ຍັງບັງເອີນມີປະໂຫຍດໃນການບຳລຸງສະໝອງຈາກວິຕາມິນເອີ ແລະ ຟລາໂວນອຍ
ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ກ່ຽວຂ້ອງກັບພະຍາດສະໝອງເສື່ອມ,
ມີໂອເມກ້າ 3 ທີ່ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ
ແລະ ບຳລຸງຄວາມດັນເລືອດ, ມີສານເມລາໂທນິນທີ່ຊ່ວຍຄວບຄຸມໂມງຊີວະພາບຂອງຊີວິດເຮົາ,
ຊ່ວຍໃຫ້ນອນຫລັບໄດ້ງ່າຍຂຶ້ນ,
ບໍ່ເກີດອາການນອນບໍ່ຫລັບ,
ນອນບໍ່ພໍ ເມື່ອສາມາດນອນຫລັບໄດ້ເປັນປົກກະຕິ
ຈະເຮັດໃຫ້ການເຮັດວຽກຂອງລະບົບສະໝອງດຸ່ນດ່ຽງຂຶ້ນ, ການດື່ມນົມທີ່ມີສ່ວນປະສົມຂອງໝາກຖົ່ວວອນນັດເປັນປະຈຳຈຶ່ງຫລຸດໂອກາດທີ່ຈະເກີດອາການຄວາມຈື່ຈຳເສື່ອມ
ຫລື ຂັດຂວາງໃຫ້ເກີດອາການຊ້າລົງ ແລະ ເຮັດໃຫ້ການເຮັດວຽກຂອງສະໝອງດີຂຶ້ນໄດ້.

ນອກຈາກຊ່ວຍເບິ່ງແຍງດູແລສະໝອງແລ້ວ ນົມໝາກຖົ່ວວອນນັດຍັງຫລຸດຄວາມສ່ຽງຂອງພະຍາດຫົວໃຈ ແລະ ພະຍາດຕຸ້ຍ ເພາະໄຂມັນບໍ່ອີ່ມໂຕທີ່ມີໃນນົມນັ້ນນອກຈາກຈະຊ່ວຍຫລຸດຄໍເລສເຕີໂຣນແລ້ວ ຍັງມີສານຕ້ານອະນຸມູນອິດສະລະ ເຊິ່ງປົກປ້ອງເນື້ອເຍື່ອຫລອດເລືອດແດງທີ່ເປັນສາເຫດການອັດຕັນຈົນເຮັດໃຫ້ຫົວໃຈວາຍ ແລະ ນົມໝາກຖົ່ວວອນນັດຍັງຈະຊ່ວຍໃຫ້ເຮົາຮູ້ສຶກອີ່ມທ້ອງ, ບໍ່ຫິວງ່າຍ, ເຮັດໃຫ້ບໍ່ຕ້ອງຫາຂອງກິນຫລິ້ນທີ່ບໍ່ມີປະໂຫຍດມາກິນ ເຮັດໃຫ້ໂອກາດເປັນຄົນຕຸ້ຍລົງພຸງມີໜ້ອຍລົງ ທັງວິ ຕາມິນເອີໃນນົມໝາກຖົ່ວວອນນັດຊ່ວຍບຳລຸງສຸຂະພາບຜິວ ແລະ ເສັ້ນຜົມ ເອີ້ນໄດ້ວ່າງາມສົດໃສທັງພາຍໃນ ແລະ ພາຍນອກ.

