ບຸນຊ້າງປີນີ້ຈະໃຫ້ຄຶກຄື້ນກວ່າປີຜ່ານມາ

ໂດຍ: ຄຳພຸດ ເທບພະນົມ
ມະຫະກຳບຸນຊ້າງທີ່ ແຂວງໄຊຍະບູລີ ເປັນບຸນປະເພນີໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນເອກະລັກເອກກະອ້າງທະນົງໃຈ ຂອງຊາວໄຊຍະບູລີ ກໍຄືປວງຊົນລາວທັງຊາດ.
ດັ່ງຫົວຫນ້າພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ດັ່ງກ່າວໃຫ້ຮູ້ວ່າ: ບຸນຊ້າງຖືກຈັດຂຶ້ນມາແລ້ວ 12 ປີລຽນ ຕິດຢູ່ລະຫວ່າງອາທິດທີ ສາມ-ສີ່ຂອງເດືອນກຸມພາ. ແຕ່ລະປີມີຊ້າງຄຳຮູ້ເຂົ້າຮ່ວມບໍ່ຫລຸດ 50 ເຊືອກ. ໃນງານບຸນດັ່ງກ່າວມີກິດຈະກຳຕ່າງໆເຊັ່ນ: ການແຫ່ຂະບວນກ້ອນກຳລັງຂອງບັນດາເຜົ່າ, ແຫ່ຊ້າງ, ສູ່ຂວັນ ຊ້າງ, ການສະແດງສິລະປະວັນນະຄະດີຂອງເຍົາວະຊົນ ແລະ ທ່ຽວຊົມຕະຫລາດນັດ ສິນຄ້າຜະລິດຕະພັນພາຍ ໃນທ້ອງຖິ່ນ.

ສຳລັບປີນີ້ແມ່ນຈະຈັດຂຶ້ນເປັນປີທີ 13 ໃນລະຫວ່າງ ວັນທີ 23-28 ກຸມ ພານີ້ລວມທັງໝົດ 6 ວັນ, ເພື່ອເປັນຂະບວນການໜຶ່ງ ເປີດປີທ່ອງທ່ຽວລາວ-ຈີນ 2019. ພິເສດສຸດແມ່ນທາງຄະນະຈັດງານກໍຄືອຳ ນາດການປົກຄອງ ແຂວງ ຈະໄດ້ເອົາໃຈໃສ່ເພີ່ມກິດຈະກຳໃຫ້ຫລາກຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ຂະບວນແຫ່ກ້ອນກຳລັງທີ່ສະແດງ ເຖິງເອກະລັກ ຂອງແຕ່ລະເມືອງ, ເປີດສູນຮຽນຮູ້ກ່ຽວກັບຊ້າງ, ປີນີ້ຄາດວ່າ ຈະມີຊ້າງເຂົ້າຮ່ວມທັງໝົດ 70 ເຊືອກເຊິ່ງ ຫລາຍກວ່າທຸກປີຜ່ານມາ, ຜູ້ໄປຮ່ວມງານຈະໄດ້ສຳຜັດກັບຊ້າງດ້ວຍຕົນເອງເປັນຕົ້ນແມ່ນໃຫ້ອາຫານຊ້າງ, ອາບນໍ້າໃຫ້ຊ້າງ, ຂີ່ຊ້າງ ແລະ ອື່ນໆ.
ທ່ານຫົວໜ້າພະແນກ ດັ່ງກ່າວຢືນຢັນວ່າຈະຮັບປະກັນໃຫ້ງານບຸນດັ່ງກ່າວ ມີບັນຍາກາດຄຶກຄື້ນ ແລະ ຮັບປະກັນຄວາມປອດໄພ, ມີທີ່ພັກເຊົາ, ຈະເອົາໃຈໃສ່ຄວບຄຸມລາຄາສິນຄ້າ ແລະ ອາຫານໃຫ້ຢູ່ໃນລາຄາປົກກະຕິ./.


