ຢໍໂຄວິດ ຜ່ານເຂົ້າຮອບຊີງຊະນະເລີດ ໄປພົບກັບ ຊະເວເຣຟ ເຕັນນິສອິນເຕີນາຊິໂອນາລີ ບີເອັນແອລ ດິ ອິຕາລີ

ການແຂ່ງຂັນເຕັນນິສ ເອີ ທີພີທົວ ລາຍການ ມາສເຕີ 1000 ລາຍການ “ອິນເຕີນາຊິໂອນາລີ ບີເອັນແອລ ດິ ອິຕາລີ” ທີນະ ຄອນໂຣມ ປະເທດອິຕາລີ ໃນວັນ ເສົາຜ່ານມາ ເປັນການແຂ່ງຂັນ ປະເພດຊາຍດ່ຽວຮອບຮອງຊະ ນະເລີດ ໂນວັກ ຢໍໂຄວິດ ມືວາງ ອັນດັບ 2 ຂອງໂລກຈາກ ເຊີເບຍ ສະແດງຜົນງານສຸດໂຫດ ຫຼັງໃຊ້ ເວລາພຽງ 59 ນາທີ ເອົາຊະນະ ໂດມິດິກ ທຽມ ມືວາງອັນດັບ 8 ຂອງລາຍການຈາກ ອອສເຕຣຍ ຢ່າງເໜືອຊັ້ນ 2-0 ເຊັດ 6-1, 6-0. ຜ່ານເຂົ້າໄປຫຼິ້້ນໃນຮອບ ຊີງຊະນະເລີດໄດ້ສຳເລັດ.
ສຳລັບໃນຮອບຊີງຊະນະ ເລີດ ຢໍໂຄວິດ ທີ່ຫຼັງລົງຫຼິ້ນເປັນ ຄັ້ງທີ 2 ໃນວັນເສົາ ຫຼັງຫາກໍເອົາ ຊະນະ ຮວນ ມາຕິນ ເດລປໍໂຕຣ ຈາກ ອາເຈນຕິນາ 2-0 ເຊັດ 6-1, 6-4. ໃນຮອບກ່ອນຮອງ ຊະນະເລີດທີ່ເລ່ືອນຈາກວັນສຸກ ເນື່ອງຈາກຕິດປັນຫາສະພາບ ອາກາດນັ້ນ ຈະລົງແຂ່ງກັບ ອະ ເລັການເດີ ຊະເວເຟຣ ມືວາງອັນ ດັບ 16 ຂອງລາຍການຈາກ ເຢຍ ລະມັນ ທີ່ເອົາຊະນະ ຈອນ ອິສເນີ ຈາກ ສະຫະລັດ ມາໄດ້ຫວຸດຫວິດ 2-1 ເຊັດ 6-4, 6-7, 6-1.

