ຊອນເຮືອງມິນ ບໍ່ມີຊື່ເຂົ້າຊີງນັກເຕະດີເດັ່ນ ແລະ ທີມດີເດັ່່ນ PFA ທັງທີ່ເປັນດາວຊັນໂວ ໃນລີກ ແລະ ພາສະເປີໄປເຕະລາຍການ UCL

​ເປັນເລື່ອງ​ຖົກ​ຖຽງ​ກັນ​ພໍ​ສົມຄວນ, ​ເມື່ອ​ສະມາຄົມ​ນັກ​ເຕະ​ອາຊີບ (PFA) ປະກາດ​ລາງວັນ​ນັກເຕະ​ດີ​ເດັ່ນ ແລະ ທີມດີ​ເດັ່ນ ​ປະຈຳ​ປີ 2021/22, ປາກົດວ່າບໍ່ມີຊື່ ຊອນເຮືອງມິນ ກອງ​ໜ້າ​ຊາວ​ເກົາຫຼີ​ໃຕ້​ຂອງ ທັອດແນນ ຮັອດສະເປີ ໃນການລຸ້ນລາງວັນແມ້​ແຕ່​ສາຂາ​ດຽວ.

ລະດູການ 2021/22 ເປັນອີກຊ່ວງເວລາໜຶ່ງທີ່ນັກເຕະອາຍຸ 29 ປີ ລົງສະໜາມຫຼາຍທີ່ສຸດ ໂດຍຍິງໄດ້ 23 ປະຕູໃນ ພຣີເມຍລີກ ແບບບໍ່ມີລູກໂທດ ເປັນດາວຊັນໂວຮ່ວມກັບ ໂມຮາເໝັດ ຊ່າລາ ກອງໜ້າຂອງ ລິເວີພູລ ແລະ ຈ່າຍໃຫ້ເພື່ອນຍິງປະຕູ ອີກ 7 ລູກ ຊ່ວຍໃຫ້ “ໄກ່ເດືອຍທອງ” ຈົບອັນດັບ 4 ພ້ອມຄວ້າປີ້ໄປຫຼິ້ນໃນ ຢູຟ່າ ແຊ້ມປ້ຽນລີກ ລະດູການໜ້າ.

ແຕ່ການປະກາດລາງວັນຫຼ້າສຸດຂອງ PFA, ທີ່ລາງວັນທັງຫມົດແມ່ນມາຈາກການໂຫວດໂດຍນັກເຕະອາຊີບໃນປະເທດອັງກິດ. ກອງ​ໜ້າຊາວ​ເກົາ​ຫຼີ​ໃຕ້​ ບໍ່ມີຊື່ຕີດຢູ່ໃນ 5 ອັນດັບສູງສຸດໃນການລຸ້ນລາງວັນຜູ້ຫຼຶ້ນທີ່ດີທີ່ສຸດ. ລວມທັງບໍ່ໄດ້ເລືອກຢູ່ໃນທີມ 11 ຄົນທີ່ດີທີ່ສຸດຂອງລະດູການ, ໂດຍມີແຕ່ ລິເວີພູລ ແລະ ແມນ ຊິຕີ້ ຍຶດຄອງພື້ນທີ່ສ່ວນໃຫຍ່.

“ການທີ່ບໍ່ມີຊື່ຢູ່ໃນທີມຊຸດນີ້” ແຟນບານເຕະຄົນຫນຶ່ງທີ່ບໍ່ພໍໃຈກັບຄໍາຕັດສິນດັ່ງກ່າວ. ລະບາຍຜ່ານສື່ສັງຄົມອອນລາຍ ເຊິ່ງຫຼັງຈາກນັ້ນກໍມີແຟນບານອີກຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນ ເຊັ່ນ: “ຊອນ ໄດ້ລາງວັນແຂ້ງທອງຄຳແບບບໍ່ມີລູກໂທດເລີຍ. ກະລຸນາພີ່ນ້ອງ” ຫຼື “ຊອນເຮືອງມິນ ເປັນຜູ້ຫຼິ້ນທີ່ underrated ຫຼາຍທີ່ສຸດໃນ Premier League”.

ຢ່າງໃດກໍຕາມ, ເຖິງແມ່ນວ່າບໍ່ມີລາງວັນກຽດຕິຍົດ ແຕ່ສຳລັບຜູ້ຕິດຕາມຂອງ ສະເປີ, ຊອນເຮືອງມິນ ຖືວ່າເປັນນັກເຕະທີ່ພວກເຂົາຮັກ, ທະນຸຖະໜອມ ແລະ ຂາດບໍ່ໄດ້ໃນແຖວໜ້າ. ເຊິ່ງເຂົາຍັງມີໂອກາດທີ່ຈະກັບມາຄວ້າລາງວັນຂອງ PFA ອີກຄັ້ງ ຖ້າຮັກສາມາດຕະຖານຢູ່ພື້ນຫຍ້າ ຫຼື ເຮັດໄດ້ດີກວ່າຄົນອື່ນໃນລະດູການຕໍ່ໄປ.