ພົບໄວຣັສໄຂ້ຫວັດສັດປີກ ຕອນໃຕ້ຫວຽດນາມ

ກະຊວງກະສິກຳ ແລະ ການພັດທະນາຊົນນະບົດຫວຽດນາມ ລາຍງານໃນວັນທີ 7 ມັງກອນວ່າ: ພົບການລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ຢູ່ແຂວງລອງອັນທາງຕອນໃຕ້ຂອງຫວຽດນາມ.
ລາຍງານລະບຸວ່າ: ເຊື້ອໄວຣັສໄຂ້ຫວັດສັດປີກ H5N1 ລະບາດໃນຟາມ ເຮັດໃຫ້ໄກ່ ແລະ ເປັດຂອງຄອບຄົວໜຶ່ງຕາຍໄປຫລາຍຮ້ອຍໂຕ ແລະ ເປັດຂອງອີກຄອບຄົວໃນເຂດລອງເຊິນຕາຍໄປອີກ 3.600 ໂຕ. ບັນດາໜ່ວຍງານທ້ອງຖິ່ນທີ່ກ່ຽວຂ້ອງກຳລັງເລັ່ງລະດົມຂ້າເຊື້ອພະຍາດ, ແຍກ ແລະ ກຳຈັດສັດຕິດເຊື້ອໃນພື້ນທີ່ທີ່ພົບການແຜ່ລະບາດ. ນອກຈາກນີ້ ຍັງຄວບຄຸມການຂົນສົ່ງສັດປີກໃນພື້ນທີ່ລະບາດ ແລະ ພື້ນທີ່ໃກ້ຄຽງ ແລະ ລະດົມສັກວັກແຊງໃຫ້ສັດປີກນຳອີກ.

