“ອັງກິດ” ອອກມາດຕະການເຂັ້ມ ຫ້າມອອກຈາກເຮືອນ ຍົກເວັ້ນຈຳເປັນ

ນາຍົກລັດຖະມົນຕີອັງກິດ ປະກາດມາດຕະການເຂັ້ມ ໃຫ້ປະຊາຊົນຢູ່ແຕ່ໃນເຮືອນ ຍົກເວັ້ນມີເຫດຈຳເປັນເທົ່ານັ້ນ ຫລັງຈຳນວນຜູ້ຕິດເຊື້ອໂຄວິດ-19 ຍັງເພີ່ມຂຶ້ນ.
ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ອອກມາດຕະການໃຫ້ປະຊາຊົນອາໄສຢູ່ແຕ່ໃນເຮືອນ ແລະ ຫ້າມອອກເດີນທາງຖ້າບໍ່ມີເຫດຈຳເປັນ ໂດຍຄົນທີ່ຈະໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນເພື່ອນຈຸດປະສົງທີ່ຈຳເປັນແທ້ໆເທົ່ານັ້ນເຊັ່ນ: ອອກໄປໃຊ້ຈ່າຍຊື້ເຄື່ອງຈຳເປັນຂັ້ນພື້ນຖານ ແລະ ໃຫ້ໜ້ອຍຄັ້ງທີ່ສຸດເທົ່າທີ່ຈະເປັນໄປໄດ້, ໄປອອກກຳລັງກາຍພຽງລຳພັງ ຫລື ພ້ອມສະມາຊິກໃນຄອບຄົວເຊັ່ນ: ຍ່າງ, ແລ່ນ ຫລື ຂີ່ລົດຖີບ, ອອກຈາກເຮືອນເພື່ອຄວາມຕ້ອງການທາງການແພດ, ການເດີນທາງໄປ ແລະ ກັບຈາກບ່ອນເຮັດວຽກ ແຕ່ສະເພາະໃນກໍລະນີທີ່ຈຳເປັນແທ້ໆ ແລະ ບໍ່ສາມາດເຮັດຢູ່ເຮືອນໄດ້.
ມາດຕະການເຂັ້ມທີ່ອອກມາ ເປັນຄວາມພະຍາຍາມໃນການຄວບຄຸມສະຖານະການລະບາດຂອງເຊື້ອໄວຣັສໂຄວິດ-19 ຫລັງຈຳນວນຜູ້ຕິດເຊື້ອຢູ່ອັງກິດຍັງເພີ່ມຂຶ້ນ. ຂໍ້ມູນໃນວັນທີ 23 ມີນາ ລະບຸວ່າ: ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ອັງກິດມີ 6.650 ຄົນ ແລະ ມີຜູ້ເສຍຊີວິດ 335 ຄົນ.

