ຕ້ອນຮັບປີໃໝ່ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 100 ກ່ວາກໍລະນີ, ມີຜູ້ເສຍຊີວິດ 38 ຄົນ

ກົມຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະວັນທີ 28 ທັນວາ 2018 ຫາ ວັນທີ 1 ມັງກອນ 2019 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 187 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 38 ຄົນ, ຫລາຍກ່ວາຫມູ່ແມ່ນຢູ່ ນະຄອນຫລວງວຽງຈັນ ມີ 43 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ, ແຂວງ ສະຫວັນນະເຂດ ມີ 13 ກໍລະນີ, ມີຜູ້ເສຍຊີວິດ 4 ຄົນ, ແຂວງ ບໍລິຄຳໄຊ ມີ 13 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ ແລະ ແຂວງ ວຽງຈັນ ມີ 10 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ, ຊຶ່ງແຂວງ ຫົວພັນ ເປັນແຂວງທີ່ປອດອຸປະຕິເຫດ ແລະ ຖ້າທຽບໃສ່ປີຜ່ານມາເຫັນວ່າ ເພີ່ມຂຶ້ນຫລາຍ ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບລົດ.
ເຈົ້າໜ້າທີ່ ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ນີ້, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ວາງແຜນບັນຈຸກໍາລັງປະຈໍາຕາມເສັ້ນທາງຕ່າງໆທີ່ມີຄວາມສ່ຽງສູງ ໃນນະຄອນຫຼວງວຽງຈັນ, ມາແຕ່ວັນທີ 25 ທັນວາ 2018 ເປັນຕົ້ນມາ, ໂດຍຈະໃຊ້ມາດຕະການຢ່າງເຂັ້ມງວດຕໍ່ຜູ້ຂັບຂີ່ເຊັ່ນ: ກວດທາດເຫຼົ້າ ແລະ ຈັບຄວາມໄວເພື່ອແນໃສ່ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ, ທັງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ແຕ່ກໍຍັງມີສະພາບອຸປະຕິເຫດເກີດຂຶ້ນຫລາຍຄື: ວັນທີ 30 ທັນວາ ຫາ 1 ມັງກອນ 2019 ມີອຸປະຕິເຫດເກີດຂຶ້ນ 28 ກໍລະນີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ.
ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ສະພາບການຈະລາຈອນໃນຕົວເມືອງໃຫຍ່ເລີ່ມມີຄວາມແອອັດຫລາຍຂຶ້ນ, ຍ້ອນຈຳນວນພາຫະນະເພີ່ມຂຶ້ນຢ່າງໄວວາ, ແຕ່ເສັ້ນທາງຄົມມະນາຄົມພັດມີສະພາບເປ່ເພຊຸດໂຊມຫລາຍ, ອັນເປັນຕົ້ນເຫດກໍ່ໃຫ້ເກີດອຸປະຕິເຫດໄດ້ງ່າຍ, ດັ່ງນັ້ນຕ້ອງໄດ້ເພີ່ມທະວີຄວບຄຸມການສັນຈອນໃຫ້ດີຂຶ້ນກ່ວາເກົ່າ ເພື່ອສະກັດກັ້ນການເກີດອຸປະຕິເຫດໃຫ້ຫລຸດຜ່ອນລົງ.

