ໂຣນັນດີນໂຢ ອາດຖືກຈຳຄຸກ 6 ເດືອນເພື່ອລໍຖ້າຄຳຕັດສິນຂອງສານ..!


ຈາກກໍລະນີ ໂຣນັນດີນໂຢ ຕຳນານນັກເຕະທີມຊາດເບຣຊິນ
ກັບອ້າຍຂອງລາວ ທີ່ເດີນທາງໄປຍັງປະເທດປາຣາກວາຍ ແຕ່ໃຊ້ໜັງສືເດີນທາງປອມເພື່ອເຂົ້າປະເທດດັ່ງດກ່າວ
ເນື່ອງຈາກວ່າຍັງມີຄະດີເກົ່າຕິດຕົວຢູ່ຄືຄະດີບຸກລຸກທີ່ດິນ ຕ້ອງໄດ້ເສຍຄ່າປັບໄໝໃຫ້ກັບລັດຖະບານ
ຈຶ່ງຖືກຍຶດໜັງສືເດີນທາງ.

ເມື່ອ ໂຣນັນດີນໂຢ ຖືກເຈົ້າໜ້າທີ່ຈັບຂໍ້ຫາໃຊ້ໜັງສືເດີນທາງປອມເຂົ້າປະເທດປາຣາກວາຍ, ໂດຍໄລຍະເວລາການຕໍ່ສູ້ຄະດີອາດຈະແກ່ຍາວເຖີງ 6 ເດືອນເຊີ່ງຕ້ອງເຮັດໃຫ້ ໂຣນັນດີນໂຢ ຕ້ອງຖືກກັກໂຕຢູ່ໃນຄຸກປະເທດປາຣາກວາຍ ເພື່ອລໍຖ້າຄຳຕັດສິນຂອງສານ.

ຂະນະດຽວກັນ ທະນາຍຂອງ ໂຣນັນດີນໂຢ ເຄີຍໄດ້ຢື່ນຂໍປະກັນຕົວໄປແລ້ວ
ແຕ່ກໍ່ຖືກສານປະຕິເສດໄປ ເພາະວ່າຢ້ານ ໂຣນັນດີນໂຢ ລົບໜີອອກນອກປະເທດ, ເຖີງຢ່າງໃດກໍ່ຕາມຄາດວ່າ
ຈະມີການຢື່ນເລື່ອງອຸທອນປະກັນຕົວ ໂຣນັນດີນໂຢ ອີກຄັ້ງເພື່ອໃຫ້ໄດ້ໃຊ້ຊີວິດແບບປົກກະຕິໃນລະຫວ່າງລໍຖ້າຄຳຕັດສິນຂອງສານ.



