ເຟີເກ ຫວນຮັບງານທີ່ປຶກສາ ແມນຢູ

ເດິຊັນ ລາຍງານວ່າ: ເຊີອາເລັກ ເຟີກູສັນ ອະດີດຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ຫວນກັບໄປເຮັດວຽກກັບອະດີດຕົ້ນສັງກັດອີກຄັ້ງ ໃນຖານະທີ່ປຶກສາເພື່ອຊ່ວຍພາ “ເຣັດ ເດວິລ” ກັບສູ່ຄວາມຍິ່ງໃຫຍ່ອີກຄັ້ງ ເຊິ່ງທ່ານ ເຊີ ເຮັດວຽກທຳອິດໄປແລ້ວກັບການມີບົດບາດດຶງ ໂອເລ ກຸນນາຣ໌ ໂຊລຊາ ມາເປັນຜູ້ຈັດການທີມຊົ່ວຄາວ ແລະ ດຶງ ໄມ ຟີແລນ ອະດີດມືຂວາມາເປັນຜູ້ຊ່ວຍ.
ໂຊລຊາ ຈະໄດ້ເງິນໂບນັດພິເສດ 2 ລ້ານປອນ ຖ້າສາມາດພາ ແມນເຊັສເຕີ ຢູໄນເຕັດ ຈົບ 4 ອັນດັບທຳອິດຄວ້າປີ້ໄປຫລິ້ນ ຢູຟາ ແຊມປ້ຽນລີກ ລະດູການໜ້າໄດ້ສຳເລັດ ໂດຍສະໂມສອນຕ້ອງການສ້າງແຮງກະຕຸ້ນ ເພາະຖ້າພາດຈົບສິບອັນດັບ ສະໂມສອນຈະເສຍລາຍໄດ້ຫລາຍກວ່າ 40 ລ້ານປອນ.

