ລັດຖະບານອິນໂດເນເຊຍສຽງແຕກ ເລື່ອງນຳເຂົ້າຂີ້ເຫຍື້ອປລາສະຕິກ

ລັດຖະບານອິນໂດເນເຊຍມີຄວາມຂັດແຍ່ງກັນເລື່ອງການນຳເຂົ້າຂີ້ເຫຍື້ອປລາສະຕິກຈາກຕ່າງປະເທດ, ເມື່ອກະຊວງອຸດສາຫະກຳ ສະເໜີໃຫ້ນຳເຂົ້າເພີ່ມຂຶ້ນ ເພື່ອຜົນປະໂຫຍດທາງເສດຖະກິດ ຫລັງຈາກກະຊວງສິ່ງແວດລ້ອມສັ່ງຢຸດນຳເຂົ້ານັບແຕ່ກາງປີເປັນຕົ້ນມາ.
ກະຊວງສິ່ງແວດລ້ອມອິນໂດເນເຊຍມີຄຳສັ່ງໃນເດືອນມິຖຸນາ ໃຫ້ຢຸດການນຳເຂົ້າຂີ້ເຫຍື້ອປລາສະຕິກ ເພາະຢ້ານວ່າຂີ້ເຫຍື້ອຈາກຕາເວັນຕົກຈະໄຫລເຂົ້າມາ ຫລັງຈາກຈີນເລີ່ມຫ້າມນຳເຂົ້ານັບແຕ່ເດືອນມັງກອນ, ແຕ່ກະຊວງອຸດສາຫະກຳມີໜັງສືເຖິງກະຊວງສິ່ງແວດລ້ອມໃນເດືອນກ່ອນໃຫ້ຍົກເລີກຄຳສັ່ງນີ້ ໂດຍໃຫ້ເຫດຜົນວ່າ: ອິນໂດເນເຊຍຈຳເປັນຕ້ອງນຳເຂົ້າຂີ້ເຫຍື້ອປລາສະຕິກປີລະ 600.000 ໂຕນ ຫລາຍກວ່ານຳເຂົ້າປົກກະຕິປີລະ 110.000 ໂຕນ ເພາະການສົ່ງອອກປລາສະຕິກຣີໄຊເຄິລເຮັດໃຫ້ປະເທດເກີນດູນການຄ້າ 40 ລ້ານໂດລາສະຫະລັດ. ຂະນະທີ່ກຸ່ມວິ່ງເຕັ້ນອ້າງວ່າ: ທຸລະກິດປລາສະຕິກຈ້າງແຮງງານໂດຍກົງ 130.000 ຄົນ ແລະ ຊ່ວຍໃຫ້ອີກຫລາຍລ້ານຄົນມີເງິນຈາກການນຳເອົາຂີ້ເຫຍື້ອປລາສະຕິກໄປຂາຍ, ສ່ວນສະມາຄົມຣີໄຊເຄິລປລາສະຕິກ ເບິ່ງວ່າ: ການນຳເຂົ້າຂີ້ເຫຍື້ອມາຣີໄຊເຄິລເປັນປລາສະຕິກໃຊ້ໃໝ່ມີຕົ້ນທຶນຕໍ່າກວ່າການຜະລິດປລາສະຕິກເອງ ແລະ ເປັນໂອກາດທາງທຸລະກິດ ຕາບໃດທີ່ດຳເນີນມາດຕະການອະນຸລັກສິ່ງແວດລ້ອມຄຽງຄູ່ໄປນຳ.
ວາລະສານໄຊເອິນ ເຜີຍແຜ່ຜົນການສຶກສາໃນປີ 2015 ວ່າ: ອິນໂດເນເຊຍເປັນປະເທດຕົ້ນຕໍຂີ້ເຫຍື້ອປລາສະຕິກໃນທະເລຫລາຍເປັນອັນດັບສອງຂອງໂລກຮອງຈາກຈີນ ເພາະຂີ້ເຫຍື້ອປລາສະຕິກທີ່ເກີດຂຶ້ນປີລະ 3,2 ລ້ານໂຕນ ເກືອບເຄິ່ງໜຶ່ງໄປລອຍຢູ່ໃນທະເລ. ເດືອນຜ່ານມາ ອິນໂດເນເຊຍພົບຊາກປາວານເຊິ່ງໃນທ້ອງມີຂີ້ເຫຍື້ອປລາສະຕິກສູງເຖິງ 6 ກິໂລ. ລັດຖະບານປະທານາທິບໍດີ ໂຈໂກ ວິໂດໂດ ປະກາດໃນປີກ່ອນວ່າ: ຈະທຸ້ມງົບປະມານປີລະ 1.000 ລ້ານໂດລາສະຫະລັດ ຫລຸດຂີ້ເຫຍື້ອປລາສະຕິກໃນທະເລໃຫ້ໄດ້ 70% ພາຍໃນປີ 2025. ເຖິງຢ່າງໃດກໍດີ, ແຜນການຍົກເລີກການໃຊ້ຜະລິດຕະພັນປລາສະຕິກທຸກຢ່າງທີ່ປະກາດໃຊ້ໃນປີ 2016 ຖືກຫລຸດລົງໃຫ້ເຫລືອພຽງຫ້າມໃຊ້ຖົງປລາສະຕິກຕາມຮ້ານຄ້າ ແລະ ຍັງບໍ່ມີການບັງຄັບໃຊ້ຢ່າງຈິງຈັງ.

