ຍີ່ປຸ່ນກຽມໃຊ້ລະບຽບຄວບຄຸມ ບໍລິສັດຍັກໃຫຍ່ ດ້ານເຕັກໂນໂລຊີຢ່າງເຂັ້ມງວດ

ຍີ່ປຸ່ນກຳລັງວາງແຜນຈະໃຊ້ລະບຽບທີ່ເຂັ້ມງວດໃນການຄວບຄຸມບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີຂອງໂລກເຊັ່ນ: ກູເກິລ ແລະ ເຟສບຸກ, ຫລັງຈາກຄະນະຜູ້ຊ່ຽວຊານລົງຄວາມເຫັນໃຫ້ມີການຄວບຄຸມໃນເລື່ອງການແຂ່ງຂັນທາງທຸລະກິດ ແລະ ຄວາມເປັນສ່ວນຕົວໃຫ້ດີຍິ່ງຂຶ້ນ.
ລັດຖະບານຍີ່ປຸ່ນ ເຜີຍແຜ່ລາຍງານ ເຊິ່ງອ້າງອີງຂໍ້ມູນຄຳເຫັນຂອງຜູ້ຊ່ຽວຊານທີ່ລະບຸວ່າ: ຄວນຈະມີລະບຽບໃໝ່ໃນການຄວບຄຸມບໍລິສັດເຫລົ່ານີ້ໃນປີໜ້າ, ທ່າທີຂອງຍີ່ປຸ່ນດັ່ງກ່າວເປັນການເດີນຕາມຮອຍຂອງປະເທດອື່ນໆໃນການກວດສອບບໍລິສັດດ້ານເຕັກໂນໂລຊີຂໍ້ມູນຂ່າວສານຊັ້ນນຳຢ່າງລະອຽດ ເຊິ່ງລວມທັງ 4 ບໍລິສັດຍັກໃຫຍ່ ໄດ້ແກ່ກູເກິລ, ແອບເປິ້ນ, ເຟສບຸກ ແລະ ອາເມຊອນ ທີ່ມີບົດບາດ ແລະ ອິດທິພົນຄອບງຳໄປທົ່ວໂລກ. ລາຍງານຂອງລັດຖະບານລະບຸວ່າ: ເຖິງວ່າບໍລິສັດເຫລົ່ານີ້ຈະສ້າງຜົນປະໂຫຍດມາໃຫ້, ແຕ່ມີທ່າອ່ຽງຈະດຳເນີນກິດຈະການໃນລັກສະນະຂອງການຜູກຂາດໃນຕະຫລາດ. ນອກຈາກນັ້ນ ຍັງຮຽກຮ້ອງໃຫ້ມີການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຊົມໃຊ້ໃຫ້ດີກວ່າເກົ່າ ແລະ ໃຫ້ມີຄວາມເປັນທຳ ແລະ ໂປ່ງໃສກ່ຽວກັບເຕັກໂນໂລຊີທີ່ໃຊ້ໃນການຄວບຄຸມການເຂົ້າເຖິງຕະຫລາດ. ໃນຂະນະດຽວກັນ ເຈົ້າໜ້າທີ່ກະຊວງການຄ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານຈະປະກາດຫລັກການຂອງລະບຽບໃໝ່ໃນອີກ 2 ອາທິດຕໍ່ໜ້າ.

