ສປຊ ເຜີຍ ລາຄາອາຫານໂລກ ປີ 2021 ເພີ່ມສູງສຸດ ໃນຮອບ 10 ປີ

ອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ ເຜີຍດັດຊະນີລາຄາອາຫານໂລກປີ 2021 ເພີ່ມສູງສຸດໃນຮອບ 10 ປີ ຍ້ອນອຸປະສົງເພີ່ມຫລັງຟື້ນຕົວຈາກໂຄວິດ ຂະນະທີ່ການຜະລິດຍັງຜະເຊີນຄວາມບໍ່ແນ່ນອນ.

ວັນທີ 6 ມັງກອນ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ (FAO) ເຜີຍແພ່ລາຍງານດັດຊະນີລາຄາອາຫານໂລກ ເຊິ່ງປະເມີນຈາກສິນຄ້າໂພກກະພັນທີ່ມີການຊື້ຂາຍຫລາຍທີ່ສຸດທົ່ວໂລກຊີ້ວ່າ: ຄ່າສະເລ່ຍໃນປີ 2021 ມີ 125,7 ເພີ່ມຂຶ້ນ 28% ຈາກປີ 2020 ແລະ ເປັນລະດັບສູງສຸດນັບແຕ່ລະດັບ 131,9 ໃນປີ 2011.

FAO ລະບຸໃນລາຍງານວ່າ: ລາຄາອາຫານທີ່ເພີ່ມສູງຂຶ້ນນັ້ນ ເປັນຜົນມາຈາກການທີ່ທົ່ວໂລກຄວາມຕ້ອງການເພີ່ມຂຶ້ນເນື່ອງຈາກກິດຈະກຳທາງເສດຖະກິດເລີ່ມຟື້ນຕົວຫລັງຈາກຜະເຊີນວິກິດການແພ່ລະບາດຂອງພະຍາດໂຄວິດ-19 ໃນຂະນະທີ່ການເກັບກ່ຽວຕ້ອງຜະເຊີນບັນຫາຈາກປັດໄຈຕ່າງໆເຊັ່ນ: ພະຍາດລະບາດ, ຄວາມບໍ່ແນ່ນອນຂອງສະພາບອາກາດ ແລະ ການປັບຕົວຂຶ້ນຂອງລາຄານ້ຳມັນ ເຮັດໃຫ້ຕົ້ນທຶນການຜະລິດເພີ່ມສູງຂຶ້ນ.

ນອກຈາກນີ້, ການປັບຕົວຂຶ້ນຂອງລາຄາອາຫານ ແລະ ສິນຄ້າໂພກກະພັນທົ່ວໂລກ ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ເຊິ່ງ FAO ເຕືອນວ່າ: ນີ້ອາດສົ່ງຜົນກະທົບຕໍ່ກຸ່ມປະເທດທີ່ມີລາຍໄດ້ຕໍ່າ ແລະ ປະເທດທີ່ຕ້ອງການອາໄສການນຳເຂົ້າສິນຄ້າເປັນຫລັກ.

ທ່ານ ອັບໂດລເຣຊາ ອັບບາຊຽນ ນັກເສດຖະສາດອາວຸໂສຂອງ FAO ກ່າວໃນລາຍງານວ່າ: “ເຖິງວ່າໂດຍປົກກະຕິເມື່ອລາຄາແພງຂຶ້ນຈະເຮັດໃຫ້ມີການຜະລິດເພີ່ມຂຶ້ນ, ແຕ່ຕົ້ນທຶນການຜະລິດທີ່ສູງຂຶ້ນ, ສະຖານະການພະຍາດລະບາດທີ່ຍັງດຳເນີນຢູ່ ແລະ ຄວາມບໍ່ແນ່ນອນຂອງສະພາບອາກາດທີ່ເກີດຂຶ້ນເລື້ອຍໆ ເຮັດໃຫ້ປັດຈຸບັນຍັງເບິ່ງບໍ່ເຫັນທ່າອ່ຽງວ່າຕະຫລາດຈະມີສະຖຽນລະພາບຫລາຍຂຶ້ນໃນປີນີ້”.

ອ້າງອີງ:

https://www.reuters.com/…/world-food-prices-hit-10…/