IMF ເຕືອນທົ່ວໂລກຜະເຊີນຄວາມສ່ຽງ ເສດຖະກິດ

ທ່ານນາງ ຄຣິສຕິນ ລາກາດ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ເຕືອນວ່າ: ເສດຖະກິດໂລກອາດຂະຫຍາຍຕົວຊ້າລົງຫລາຍກວ່າການຄາດຄະເນໃນເດືອນຕຸລາຜ່ານມາ ໂດຍສະເພາະທຸກປະເທດຄວນຢຸດສົງຄາມການຄ້າທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກທີ່ປັບຫລຸດລົງ.
ນອກຈາກນີ້, IMF ໄດ້ເປີດເຜີຍລາຍງານນີ້ກ່ອນກອງປະຊຸມສຸດຍອດ G20 ທີ່ມີຂຶ້ນໃນວັນທີ 30 ພະຈິກ ຫາ 1 ທັນວານີ້ ຢູ່ນະຄອນຫລວງບົວໂນສໄອເຣສ ຂອງອາກຊັງຕິນ ໂດຍຄາດຄະເນວ່າ: ສະພາບທາງການເງິນຂອງໂລກຈະເລີ່ມເຄັ່ງຕຶງຂຶ້ນ ໂດຍສະເພາະໃນກຸ່ມປະເທດຕະຫລາດເກີດໃໝ່, ຂະນະທີ່ສົງຄາມການຄ້າຍັງທະວີຄວາມຮຸນແຮງຫລາຍຂຶ້ນ.
ຂະນະດຽວກັນ, ທ່ານ ຟຣອງຊົວ ວິລເລີຣອຍ ເດິ ກັລຮໍ ປະທານທະນາຄານກາງຝຣັ່ງ ກ່າວວ່າ: ສະຖານະການຄວາມສ່ຽງທາງເສດຖະກິດໂລກໜ້າອັນຕະລາຍຫລາຍ ໂດຍທ່ານ ວິລເລີຣອຍ ເຊິ່ງເປັນກຳມະການຂອງທະນາຄານກາງເອີຣົບ (ECB) ລະບຸວ່າ: ECB ໄດ້ເຕືອນກ່ຽວກັບຄວາມສ່ຽງພາຍໃນເອີຣົບແລ້ວ, ສ່ວນຄວາມສ່ຽງພາຍນອກເອີຣົບຈະມາຈາກນະໂຍບາຍຂອງອາເມລິກາເຊັ່ນ: ການປົກປ້ອງທາງການຄ້າ ແລະ ການໃຊ້ມາດຕະການກະຕຸ້ນທາງການເງິນ ເຊິ່ງອາດເຮັດໃຫ້ເສດຖະກິດຮ້ອນແຮງຈົນເກີນໄປ.
ນອກຈາກນີ້, ທ່ານ ວິລເລີຣອຍ ຍັງລະບຸວ່າ: ປະເທດຕະຫລາດເກີດໃໝ່ບາງແຫ່ງມີການສ້າງໜີ້ເພີ່ມຂຶ້ນຫລາຍ ໂດຍສະເພາະໜີ້ໃນພາກເອກະຊົນ.

