ຫວຽດນາມໃຫ້ບູລິມະສິດຫລຸດຜ່ອນພາສີນຳເຂົ້ານ້ຳຕານຈາກລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ບົນຈິດໃຈການພົວພັນຮ່ວມມືແບບພິເສດ ແລະ ການເຂົ້າຮ່ວມເປັນປະເທດພາຄີຂອງຂອບສັນຍາການຄ້າໃນພາກພື້ນ, ສສ.ຫວຽດນາມ ໄດ້ຕົກລົງຫລຸດຜ່ອນອັດຕາພາສີນຳເຂົ້ານ້ຳຕານຂອງລາວຈາກ 5% ໃນປີ 2018 ມາເປັນ 3% ໃນປີ 2019 ແລະ ຄາດວ່າຮອດປີ 2020 ຈະເປັນ 0%, ຊຶ່ງເປັນເງື່ອນໄຂອັນດີຕໍ່ການສົ່ງອອກນ້ຳຕານຂອງລາວໄປຍັງຫວຽດນາມ, ແຕ່ບົນເງື່ອນໄຂ ແລະ ລະບຽບການຕ້ອງມີແຫລ່ງກຳເນີດຂອງສິນຄ້າດັ່ງກ່າວຢູ່ ສປປ ລາວ.
ໃນປີ 2018 ນີ້, ລາວສາມາດສົ່ງອອກນ້ຳຕານໄປຍັງຫວຽດນາມໄດ້ແລ້ວ 94 ພັນໂຕນ, ໂດຍຄາດວ່າໃນປີ 2019 ຈະເພີ່ມທະວີສູງຂຶ້ນ ເພື່ອຮັບປະກັນໃຫ້ການສົ່ງອອກນ້ຳຕານຂອງລາວຖືກຕ້ອງຕາມລະບຽບການ, ຜູ້ຜະລິດຕ້ອງມີຄວາມເຂັ້ມງວດປະຕິບັດຕາມເງື່ອນໄຂຕ່າງໆຄື: ສິນຄ້າຕ້ອງມີແຫລ່ງກຳເນີດ ໃນ ສປປ ລາວ ແລະ ຕ້ອງຂົນສົ່ງຈາກລາວໄປຍັງຫວຽດນາມ, ໂດຍໝາຍວ່າບໍ່ໄດ້ຜ່ານປະເທດທີ 3 ໃດໆ.

