ຫວຽດນາມຊ່ວຍສ້າງໂຮງຮຽນມັດທະຍົມສົມບູນເມືອງບຸນເໜືອ ລວມມູນຄ່າ 120 ຕື້ດົງ

ພິທີວາງສີລາລືກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນບຸນເໜືອ ແຂວງຜົ້ງສາລີ ໄດ້ມີຂຶ້ນໃນວັນທີ 15 ທັນວານີ້ ໂດຍການຊ່ວຍເຫລືອຂອງລັດຖະບານຫວຽດນາມ ມີມູນຄ່າ 120 ຕື້ດົງ (ສະກຸນເງິນຫວຽດນາມ) ເພື່ອປະກອບສ່ວນເຂົ້າໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ຄົບຮອບ 55 ປີ ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ.
ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ຢືນຢັນວ່າ: ການສະໜັບສະໜູນສ້າງຕັ້ງໂຮງຮຽນມັດທະຍົມສົມບູນບຸນເໜືອ ດ້ວຍທຶນຊ່ວຍເຫລືອຂອງລັດຖະບານຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳສອງຝ່າຍ ເພື່ອແນໃສ່ພັດທະນາຊັບພະຍາກອນມະນຸດລາວ ໂດຍສະເພາະກໍແມ່ນການກໍ່ສ້າງຄົນລຸ້ນໜຸ່ມຂອງແຂວງຜົ້ງສາລີມີຄວາມຮູ້ຄວາມສາມາດສູງເດັ່ນຂຶ້ນ, ພ້ອມເປັນຂີດໝາຍອັນດີງາມໃນການພົວພັນຮ່ວມມືລະຫວ່າງສອງແຂວງດຽນບຽນ ແລະ ຜົ້ງສາລີ ໃຫ້ນັບມື້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນດັ່ງກ່າວແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະວ່າແຂວງຜົ້ງສາລີແມ່ນແຂວງທີ່ຍັງມີຄວາມທຸກຍາກຂາດເຂີນຫລາຍຢ່າງທີ່ສຸດຂອງລາວ. ດັ່ງນັ້ນ ໃນໂອກາດນີ້ກໍຂໍສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໃຫ້ການຊ່ວຍເຫລືອດັ່ງກ່າວ, ຄາດວ່າລາວ ກໍຄືແຂວງຜົ້ງສາລີຈະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.
+ ວາງສີລາລືກກໍ່ສ້າງໂຮງຮຽນມັດທະຍົມ ສີທະນາໄຊຂອງຂວັນ ເລຂາທິການໃຫຍ່ ຫງວຽນ ຟູຈ້ອງ

