ການປະຕິບັດກົດໝາຍໃນຂະແໜງພະລັງງານ-ບໍ່ແຮ່ຍັງບໍ່ທັນດີ
ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າ: ການປະຕິບັດລະບຽບກົດໝາຍກ່ຽວຂ້ອງຂອງໂຄງການລົງທຶນຈຳນວນໜຶ່ງໃນຂະແໜງການຕົນຍັງເຮັດບໍ່ທັນດີ ແລະ ລະເຫລີງ, ຈຶ່ງເຮັດໃຫ້ເກີດມີບັນຫາຜິດພາດດ້ານເຕັກນິກຕ່າງໆທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາ. ນີ້ແມ່ນຄໍາລາຍງານຂອງທ່ານລັດຖະມົນຕີ ຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດຳເນີນຢູ່, ໂດຍໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ ທົ່ວປະເທດມີແຫລ່ງຜະລິດພະລັງງານແລ້ວ 61 ແຫ່ງ, ມີກຳລັງຕິດຕັ້ງ 7.207 ເມກາວັດ. ສ່ວນການພັດທະນາດ້ານບໍ່ແຮ່ມີ 79 ບໍລິສັດທີ່ດຳເນີນການຂຸດຄົ້ນ 12 ປະເພດແຮ່ທາດ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ. ແຕ່ແນວໃດກໍຕາມ, ຍັງເຫັນວ່າການພັດທະນາວຽກງານດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫລາຍ ແລະ ບໍ່ທັນສອດຄ່ອງກັບສະພາບຄວາມຕ້ອງການຕົວຈິງ, ສະພາບເສດຖະກິດພາຍໃນ ແລະ ສາກົນມີການສະລໍຕົວ ແລະ ຖົດຖອຍ, ການກຳນົດຄວາມຮັບຜິດຊອບຂອງຂະແໜງການແຕ່ລະທ້ອງຖິ່ນຍັງບໍ່ລະອຽດ, ຊັດເຈນ, ຍັງເຮັດພໍໃຜພໍລາວ, ການແກ້ໄຂບັນຫາບໍ່ໄປລວງດຽວກັນ, ຂາດຄວາມຮັບຜິດຊອບຕໍ່ບັນຫາທີ່ເກີດຂຶ້ນ, ມີການໂຍນຄວາມຮັບຜິດຊອບໃຫ້ກັນໃນເມື່ອໂຄງການເກີດມີບັນຫາ ເຮັດໃຫ້ສັງຄົມເກີດຂໍ້ສົງໄສຕ່າງໆຕໍ່ຄວາມຮັບຜິດຊອບດ້ານການເມືອງ ກໍຄືຄວາມໂປ່ງໃສຂອງການປະຕິບັດໜ້າທີ່. ສະນັ້ນ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕ່າງໆແມ່ນຈະສຸມໃສ່ຜັນຂະຫຍາຍບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍເປັນແຜນການລະອຽດ, ປັດຈຸບັນມີນິຕິກຳລຸ່ມກົດໝາຍແລ້ວ 38 ສະບັບ ແລະ ຈະສືບຕໍ່ສ້າງອີກປະມານ 80 ກວ່າສະບັບ ເພື່ອເປັນເຄື່ອງມືຄຸ້ມຄອງວຽກງານດັ່ງກ່າວໃຫ້ມີປະສິດທິຜົນ. ນອກນີ້ ຈະເພີ່ມທະວີເອົາໃຈໃສ່ການຕິດຕາມກວດກາການເຄື່ອນໄຫວຂອງບັນດາໂຄງການໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ຂັ້ນຕອນ, ມາດຕະຖານເຕັກນິກ ເພື່ອຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ອັນສຳຄັນການຄັດເລືອກຜູ້ທີ່ຈະມາພັດທະນາຕ້ອງແມ່ນມືອາຊີບ, ມີປະສົບການ, ມີຄວາມຊຳນານງານ, ທຶນຮອນ ແລະ ເຕັກນິກວິທະຍາສາດສູງ ເພື່ອສ້າງໜໍ່ແໜງອຸດສາຫະກຳທັນສະໄໝ ແລະ ເປັນຖານລາຍຮັບທີ່ໝັ້ນຄົງຂອງປະເທດຊາດ.

