ນາຍົກເນັ້ນໃຫ້ເຂັ້ມງວດມາດຕະການເຝົ້າລະວັງ ແລະ ສະກັດກັ້ນເຊື້ອໄວຣັດຊະນິດໃໝ່

   ກອງປະຊຸມລັດຖະບານປະຈໍາເດືອນມັງກອນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຂະແໜງສາທາລະນະສຸກ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການເພີ່ມທະວີຄວາມເອົາໃຈໃສ່ປະຕິບັດມາດຕະການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂພກສາຍພັນໃໝ່ທີ່ພວມລະບາດຢູ່ ສປ ຈີນ, ພ້ອມທັງໃຫ້ຂໍ້ມູນຄວາມສ່ຽງແກ່ສັງຄົມທີ່ຖືກຕ້ອງທັນການ ເພື່ອປ້ອງກັນ ແລະ ສະກັດກັ້ນໃຫ້ທັນເວລາ ແລະ ມີປະສິດທິຜົນ. ຂະນະທີ່ຂໍ້ມູນຈາກຄະນະກໍາມະການສາທາລະນະສຸກ ສປ ຈີນ ໃນວັນທີ 25 ມັງກອນນີ້ລະບຸວ່າ: ມີຜູ້ຕິດເຊື້ອພະຍາດດັ່ງກ່າວທັງໝົດ 1.287 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 41 ກໍລະນີ, ໃນນີ້ຢູ່ເມືອງ ອູຫັ້ນ 39 ກໍລະນີ ແລະ ອີກ 2 ກໍລະນີຈາກເມືອງອື່ນ, ມີຄົນເຈັບໜັກ 237 ກໍລະນີ ​ແລະ 29 ເມືອງໃນ ສປ ຈີນ ມີ​ຜູ້​ຕິດ​ເຊື້ອພະຍາດ​ດັ່ງກ່າວ ​ເຊິ່ງປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງກຳລັງຕິດຕາມຜູ້ສຳຜັດ ແລະ ໃກ້ຊິດຄົນເຈັບຕິດເຊື້ອອີກ  15 ພັນກວ່າຄົນ, ພ້ອມນີ້, ຍັງພົບວ່າຄົນເຈັບຈາກເມືອງ ອູຫັ້ນ ເດີນທາງໄປປະເທດຕ່າງໆ ຄື: ຮົງກົງມີ 5 ກໍລະນີ, ໄທ 4 ກໍລະນີ ແລະ ເປັນຄົນໄທ 1 ກໍລະນີ (2 ກໍລະນີປີ່ນປົວດີຂື້ນ ), ສິງກະໂປ ແລະ ​ໄຕ້ຫວັນ​ແຫ່ງ​ລະ 3  ກໍລະນີ, ຍີ່ປຸ່ນ 2 ກໍລະນີ (1 ກໍລະນີປີ່ນປົວດີຂື້ນ), ສ.ເກົາຫລີ, ຫວຽດນາມ, ມາເກົ້າ, ສະຫະລັດອາເມລິກາ ແລະ ຝຣັ່ງ ປະເທດລະ 2 ກໍລະນີ ແລະ ເນປານມີ 1 ກໍລະນີ (ລາຍງານໃໝ່).

   ສຳລັບ ສປປ ລາວ ມາຮອດປັດຈຸບັນຍັງບໍ່ມີລາຍງານກໍລະນີສົງໃສເຂົ້າເທື່ອ, ເຊິ່ງກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ປະຕິບັດມາດຕະການໃນການປ້ອງກັນເຂັ້ມງວດຄື: ສ້າງຕັ້ງໜ່ວຍງານແພດ ທີ່ສາມາດສື່ສານພາສາຈີນໄດ້ໃນບັນດາໂຮງໝໍສູນກາງ ປະຈຳການຕະຫລອດ 24 ຊົ່ວໂມງເພື່ອຕິດຕໍ່ກໍລະນີມີຄົນເຈັບສົງໃສທີ່ເປັນຊາວຈີນມາບໍລິການ. ສໍາເລັດການຮ່າງແບບຟອມການສອບສວນ ແລະ ແບບຟອມກໍລະນີສໍາພັດຂອງພະຍາດດັ່ງກ່າວ, ຕິດຕາມ ແລະ ສອບຖາມປະຫວັດ, ພ້ອມໃຫ້ຄຳແນະນຳແກ່ຜູ້ທີ່ໂທເຂົ້າມາປືກສາໃນສາຍດ່ວນ 166 ແລະ ສາຍດ່ວນ IHR ທີ່ກົມຄວບຄຸມພະຍາດຕິດຕໍ່, ໄດ້ແຈກຢາຍນໍ້າຢາລ້າງມື (ຢາຂ້າເຊື້ອ) ໃຫ້ພະແນກສາທາລະນະສຸກແຂວງ (ໂຮງໝໍແຂວງ ແລະ ດ່ານທົ່ວປະເທດ) ແລະ ໄດ້ສ້າງຕັ້ງໜ່ວຍງານຂໍ້ມູນຂ່າວສານກ່ຽວກັບພະຍາດດັ່ງກ່າວທີ່ປະກອບມີພາສາລາວ, ຈີນ ແລະ ພາສາອັງກິດ ເພື່ອແຈກຢາຍໃຫ້ຜູ້ໂດຍສານຂາເຂົ້າຢູ່ສະໜາມບີນ ແລະ ດ່ານຕ່າງໆ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ